• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດສະເໜີ ລັດເຊຍ ຮ່ວມມືກັນຜະລິດວັກຊິນກັນໂຄວິດ-19ຢູ່ ຫວຽດນາມ

ວັນທີ 2 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ສົ່ງຈົດໝາຍເຖິງປະທານາທິບໍດີລັດເຊຍ ປູຕິນ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ໃນນັ້ນມີການເພີ່ມທະວີການຮ່ວມມືປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19.
ພາບປະກອບ

ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ແລະ ຫວັງວ່າ ຢາກນຳການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

    ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນການຮັບມືກັບໂລກລະບາດ ໂຄວິດ-19, ພ້ອມທັງສະແດງຄວາມຫວັງຢາກໃຫ້ທາງຝ່າຍລັດເຊຍຊ່ວຍໜູນ ສ້າງເງື່ອນໄຂທີ່ດີເພື່ອໃຫ້ຫວຽດນາມໄດ້ສຳຜັດກັບແຫຼ່ງວັກຊິນຂອງລັດເຊຍ ກໍຄືການຮ່ວມມືຜະລິດວັກຊິນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top