ຂ່າວສານ

ປະທານປະເທດສະເໜີ ລັດເຊຍ ຮ່ວມມືກັນຜະລິດວັກຊິນກັນໂຄວິດ-19ຢູ່ ຫວຽດນາມ

ວັນທີ 2 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກໄດ້ສົ່ງຈົດໝາຍເຖິງປະທານາທິບໍດີລັດເຊຍ ປູຕິນ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ໃນນັ້ນມີການເພີ່ມທະວີການຮ່ວມມືປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19.
ພາບປະກອບ

ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ແລະ ຫວັງວ່າ ຢາກນຳການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

    ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນການຮັບມືກັບໂລກລະບາດ ໂຄວິດ-19, ພ້ອມທັງສະແດງຄວາມຫວັງຢາກໃຫ້ທາງຝ່າຍລັດເຊຍຊ່ວຍໜູນ ສ້າງເງື່ອນໄຂທີ່ດີເພື່ອໃຫ້ຫວຽດນາມໄດ້ສຳຜັດກັບແຫຼ່ງວັກຊິນຂອງລັດເຊຍ ກໍຄືການຮ່ວມມືຜະລິດວັກຊິນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top