ຂ່າວສານ
ປະທານປະເທດຈີນ ສົ່ງສານອວຍພອນທ່ານ Joe Biden ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ

ທ່ານ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ປັກກິ່ງ, ຈີນ ເມື່ອປີ 2013 (ພາບ:REUTERS)
ໃນສານອວຍພອນ, ທ່ານປະທານປະເທດ ຈີນ ຊີ້ແຈ້ງວ່າ, ການຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບນັ້ນ ບໍ່ພຽງແຕ່ເໝາະສົມກັບຜົນປະໂຫຍດຫຼັກຂອງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງແມ່ນຄວາມຫວັງລວມຂອງປະຊາຄົມສາກົນອີກດ້ວຍ.
ທ່ານປະທານປະເທດຈີນ ສີຈີ້ນຜິງ ຫວັງວ່າ ສອງປະເທດຈະປະຕິບັດບົນເນື້ອໃນຈິດໃຈບໍ່ປະທະກັນ, ບໍ່ສູ້ຢັ້ນກັນ, ເຄົາລົບເຊິ່ງກັນແລະກັນ, ຮ່ວມມືກັນ ພ້ອມກັນຊະນະ, ສຸມໃສ່ການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ມຸ່ງໄປຂ້າງໜ້າ, ຮ່ວມມືກັນພ້ອມກັບບັນດາປະເທດ ແລະ ປະຊາຄົມສາກົນ ຍູ້ໄວພາລະກິດອັນສູງສົ່ງ ເພື່ອໂລກ ແຫ່ງສັນຕິພາບ ແລະ ພັດທະນາ.ໃນວັນດຽວກັນ, ທ່ານຮອງປະທານປະເທດ ຈີນ ຫວາງສີຊາງ ກໍໄດ້ສົ່ງສານອວຍພອນ ເຖິງທ່ານນາງ Kamala Harris ທີ່ໄດ້ຮັບການເລືອກຕັ້ງເລືອກຕັ້ງເປັນຮອງປະທານາທິບໍດີ ອາເມລິກາ.
(ແຫຼ່ງຄັດຈາກ VOV)