• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນວັນວິສາຂະບູຊາຢູ່ແຂວງ ເທື່ອທຽນເຫ້ວ

ຕອນເຊົ້າວັນທີ 05 ພຶດສະພາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ອວຍພອນວັນວິສາຂະບູຊາຢູ່ແຂວງ ເທື່ອທຽນເຫ້ວ.

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນວັນວິສາຂະບູຊາຢູ່ແຂວງ ເທື່ອທຽນເຫ້ວ

ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2563 - ຄສ 2019, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ອວຍພອນພະມະຫາອາຈານ ທິກແທັງດຶກ, ຫົວໜ້າຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ແຂວງເທື່ອທຽນເຫ້ວ, ເຈົ້າອາວາດວັດ ບ໊າວກວ໊ກ ແລະ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ວັດ ບ໊າວກວ໊ກ, ຕາແສງ ດຸ໊ກ, ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ. ທີ່ການພົບປະ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:

        ບັນດາພະມະຫາອາຈານ, ພະອາຈານໃຫຍ່, ພະອາຈານ, ພະສົງສຳມະເນນ, ພຸດທະສາສະນິກກະຊົນຂອງແຂວງ ເທື່ອທຽນເຫ້ວ ໃນໄລຍະຜ່ານມາ ໄດ້ປະຕິບັດບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນໂດຍແນວໂຮມປະເທດຊາດ ຫວຽດນາມ ປຸກລະດົມເປັນຢ່າງດີ, ເຂົ້າຮ່ວມວຽກງານກຸສົນສັງຄົມຢ່າງຕັ້ງໜ້າ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ, ອົງການພຸດທະສາສະໜາ ຫວຽດນາມ ຈະຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະໜາໄລຍະປີ 2017  2020 ປະສົບຜົນສຳເລັດ.

 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top