• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດວຽກງານກະກຽມການເລືອກຕັ້ງເປັນຢ່າງດີແຕ່ຕ້ອງຮັບປະກັນການພັດທະນາເສດຖະກິດ, ປ້ອງກັນສະກັດກັ້ນໂລກລະບາດ

      ວັນທີ 6 ພຶດສະພາ, ທ່ານ ເວືອງດີງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດໄດ້ໄປຢ້ຽມຢາມແລະ ເຮັດວຽກຢູ່ ແຂວງ ຕວຽນກວາງ.
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: baotuyenquang.com.vn)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງແຂວງ ຕ້ອງຮັບປະກັນຖືກກັບການກຳນົດ, ມີວິທະຍາສາດ, ປະດິດຄິດສ້າງ. ທ່ານ ເວືອງດີງເຫ້ວ ຮຽກຮ້ອງໃຫ້ແຂວງ ຕວຽນກວາງ ຄວນສືບຕໍ່ສຳຫລວດກວດກາບັນຊີລາຍຊື່ບັນດາຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນເພື່ອເປັນເຈົ້າການເພີ່ມເຕີມໃຫ້ທັນການ ຮັບປະກັນສິດສະໝັກເລືອກຕັ້ງຂອງພົນລະເມືອງ. ທ່ານ ເນັ້ນຫນັກວ່າ:
ເພື່ອຮັບປະກັນຄວາມຮຽກຮ້ອງການຄັດເລືອກສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ ແມ່ນຜູ້ດີເດັ່ນ, ສົມເປັນ ແລະ ຄັດເລືອກຢ່າງຖືກຕ້ອງ ພວກເຮົາຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະບັນດາພາຫະນະສື່ມວນຊົນໃນການຫນູນຊ່ວຍໃຫ້ບັນດາຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ໄດ້ສຳຜັດກັບຜູ້ມີສິດເລືອກຕັ້ງ”
ຄຽງຄູ່ກັບການປະຕິບັດວຽກງານກະກຽມການເລືອກຕັ້ງໃຫ້ເປັນຢ່າງດີນັ້ນ, ທ່ານປະທານສະພາແຫ່ງຊາດ ຍັງຮຽກຮ້ອງໃຫ້ແຂວງ ສືບຕໍ່ປະຕິບັດຫນ້າທີ່ຄວບຄູ່ ທັງຮັບປະກັນການພັດທະນາເສດຖະກິດ, ທັງປ້ອງກັນສະກັດກັ້ນໂລກລະບາດ ຮັບປະກັນຊີວິດສັງຄົມ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top