• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດບັນດານະໂຍບາຍສົ່ງເສີມການພັດທະນາເສດຖະກິດພາກເອກະຊົນຢ່າງມີປະສິດທິຜົນ

      ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ເພື່ອສ້າງຖັນແຖວນັກທຸລະກິດ, ວິສາຫະກິດໃຫ້ເຕີບໃຫຍ່ ເຂັ້ມແຂງທັງດ້ານຈຳນວນ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ພິທີ ປຸກລະດົມແຂ່ງຂັນ “ໂຄງການນັກທຸລະກິດປ່ຽນໃໝ່,
ມີຫົວຄິດປະດິດສ້າງ ແລະ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ”
      ຕອນເຊົ້າວັນທີ 25 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມແຂ່ງຂັນ “ໂຄງການນັກທຸລະກິດປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ເພື່ອສ້າງຖັນແຖວນັກທຸລະກິດ, ວິສາຫະກິດໃຫ້ເຕີບໃຫຍ່ ເຂັ້ມແຂງທັງດ້ານຈຳນວນ, ຄຸນນະພາບ, ເຄື່ອນໄຫວຢ່າງມີປະສິດທິຜົນນັ້ນ, ນັກທຸລະກິດ ຫວຽດນາມ ຄວນມີຄວາມຄາດຫວັງບືນຕົວຂຶ້ນ, ປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ມີປະສິດທິຜົນ, ໝູນໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ເພີ່ມທະວີການຊີ້ນຳ, ນຳພາວຽກງານໂຄສະນາ, ສຶກສາ, ຍົກສູງສະຕິ, ສ້າງຄວາມເປັນເອກະພາບສູງໃນລະບອບການເມືອງ ແລະ ປະຊາຊົນທຸກຊັ້ນວັນນະ ກ່ຽວກັບແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການພັດທະນາເສດຖະກິດພາກເອກະຊົນຂອງພັກ, ລັດ; ປະຕິບັດບັນດານະໂຍບາຍສົ່ງເສີມການພັດທະນາເສດຖະກິດພາກເອກະຊົນຢ່າງມີປະສິດທິຜົນ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຊື່ອໝັ້ນ, ຕັ້ງຄວາມຫວັງເຂົ້າໃນຖັນແຖວນັກທຸລະກິດ ຫວຽດນາມ ເວົ້າລວມ, ນັກທຸລະກິດພາກເອກະຊົນເວົ້າສະເພາະໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ, ທັນສະໃຫມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ເພື່ອຄາດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top