• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ ຕັ້ງຄວາມຫວັງຕໍ່ກອງປະຊຸມໃຫຍ່ ຊຸດທີ 13 ຈະບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ

ປະຊາຊົນໃນທົ່ວປະເທດຕ່າງກໍຕັ້ງຄວາມຫວັງວ່າ ກອງປະຊຸມຄັ້ງນີ້ ຈະປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ເພື່ອໃຫ້ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ.

ບັນດາຜູ້ແທນທີ່ກອງປະຊຸມໄຂ (ພາບ: TTXVN) 

ຄືດັ່ງການຢັ້ງຢືນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢູ່ວາລະໄຂກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ 12, ປະຊາຊົນໃນທົ່ວປະເທດຕ່າງກໍຕັ້ງຄວາມຫວັງວ່າ ກອງປະຊຸມຄັ້ງນີ້ ຈະປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ເພື່ອໃຫ້ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບົດລາຍງານການເມືອງທີ່ເໝາະສົມ, ວາງອອກບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດອັນຖືກຕ້ອງ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຫວູງວຽນ ອາໄສຢູ່ເມືອງ ຫາຍເຈົາ, ນະຄອນດ່າໜັງ, ແບ່ງປັນວ່າ:

        “ໂດຍເປັນສະມາຊິກພັກ, ຂ້າພະເຈົ້າປາດຖະໜາວ່າ ພັກຕ້ອງສຸມໃສ່ວຽກງານການຈັດຕັ້ງພະນັກງານ, ພິເສດແມ່ນການຄັດເລືອກເອົາບັນດາສະຫາຍກໍາມະການສູນການພັກ ທີ່ມີີຄວາມເກັ່ງກ້າສາມາດ, ມີຄຸນສົມບັດສິນທໍາປະຕິວັດຢ່າງພຽງພໍ, ມີຄວາມສາມາດໃນການບໍລິຫານ, ນໍາພາບັນດາການເຄື່ອນໄຫວຂອງພັກ ກໍຄືຂອງປະເທດຊາດ, ຕອບສະໜອງໄດ້ບັນດາຂໍ້ກໍານົດ ເຊິ່ງສູນກາງ ໄດ້ປະກາດໃຊ້”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top