ວັນທີ 21 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດບ້ວງເງິນອຸປະຖຳຮີບດ່ວນມີມູນຄ່າ 1 ລ້ານ USD. ບ້ວງເງິນອຸປະຖຳດັ່ງກ່າວແມ່ນເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮັບມືຢ່າງຮີບດ່ວນພາຍຫຼັງພາຍຸ, ໄດ້ຮັບການຜັນຂະຫຍາຍຜ່ານອົງການສາກົນເພື່ອການເຄື່ອນຍ້າຍຖິນຖານ (IOM) ປະຈຳ ຫວຽດນາມ. ບ້ວງເງິນດັ່ງກ່າວສຸມໃສ່ການໜູນຊ່ວຍປະຊາຊົນທີ່ຕ້ອງຖືກຍົກຍ້າຍຊົ່ວຄາວ ແລະ ບັນດາປະຊາຄົມທີ່ຖືກຜົນສະທ້ອນຈາກພາຍຸລູກໃຫຍ່ທີ່ທຳລາຍທາງພາກເໜືອນັບແຕ່ທ້າຍເດືອນ ກັນຍາ ຜ່ານມາ.
ໃນວັນດຽວກັນ, ສະຖານທູດ ອັງກິດ ກໍ່ໃຫ້ຮູ້ວ່າ ລັດຖະບານລາຊະອານາຈັກ ອັງກິດ ຫາກໍ່ປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມທີ່ມີມູນຄ່າ 392.000 USD ເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບຢູ່ທາງພາກກາງ ຫວຽດນາມ ໃນບັນດາເຫດພາຍຸ, ນ້ຳຖ້ວມຫວ່າງມໍ່ໆມານີ້. ບ້ວງເງິນໜູນຊ່ວຍເພີ່ມເຕີມນີ້ຈະໄດ້ຜັນຂະຫຍານຜ່ານ UNICEF ແລະ ສົມທົບກັນຢ່າງແໜ້ນແຟ້ນກັບກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ (VDDMA). ການສະໜອງບ້ວງເງິນໜູນຊ່ວຍດັ່ງກ່າວໄດ້ຍົກຈຳນວນເງິນໜູນຊ່ວຍຮີບດ່ວນຂອງ ອັງກິດ ໃນປີ 2025 ຂຶ້ນເປັນປະມານ 1,05 ລ້ານ USD.








