• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດເຈືອຈານເຂົ້າກັບຄວາມເອກອ້າງທະນົງໃຈ

      ວັນທີ 2 ກັນຍາ, ຢູ່ເຂດປົກຄອງພິເສດ ມາເກົ້າ (ຈີີນ), ສະຫະສະມາຄົມຊາວຫວຽດນາມຢູ່ມາເກົ້າ ໄດ້ຈັດຕັ້ງພິທີຊຸມນູມມິດຕິງ ສະເຫຼີມສະຫຼອງ 73 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ (1945 – 2018).
ກ່າວຄໍາເຫັນທີ່ພິທີ, ທ່ານ ເຈີ່ນແທງຮວນ ຫົວໜ້າກົງສູນໃຫຍ່ຫວຽດນາມປະຈໍາຮົງກົງ ແລະ ມາເກົ້າ ເນັ້ນໜັກວ່າ ໄລຍະມໍ່ໆມານີ້ ການພົວພັນລະຫວ່າງຫວຽດນາມ - ຈີນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ. ທ່ານ ເຈີ່ນແທງຮວນ ກໍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ຢູ່ ມາເກົ້າໃນພາລະກິດສ້າງສາປະເທດຫວຽດນາມ ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ພັດທະນາ.
        ຢູ່ປະເທດ ມາເລເຊຍ, ວັນທີ 2 ກັນຍາ, ທີ່ນະຄອນ Kuala Lumpur ຂອງ ມາເລເຊຍ ໄດ້ດໍາເນີນ “ງານແຂ່ງຂັນກິລາຕີດອກປີກໄກ່ປະຊາຄົມເປີດກວ້າງຄັ້ງທີ 1 ປີ 2018” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ ມາເລເຊຍ ເປັນຈໍານວນຫຼວງຫຼາຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ໂດຍສະຖານທູດຫວຽດນາມ ສົມທົບກັບຄະນະຕິດຕໍ່ພົວພັນປະຊາຄົມຫວຽດນາມ ຢູ່ມາເລເຊຍ ຈັດຕັ້ງຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 73 ປີ ແຫ່່ງວັນຊາດ ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top