• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວດີເດັ່ນໃນປີ 2023

ຢືນອັນດັບໜຶ່ງ ໃນ 10 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ພົ້ນເດັ່ນປີ 2023 ແມ່ນການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ.
ການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ

ວັນທີ 29 ທັນວາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດ 10 ເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດີເດັ່ນຂອງປີນີ້.

ຢືນອັນດັບໜຶ່ງ ໃນ 10 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ພົ້ນເດັ່ນປີ 2023 ແມ່ນການສະເຫຼີມສະຫຼອງ 80 ປີແຫ່ງການກຳເນີດ ແຜນຮ່າງວັດທະນະທຳ ຫວຽດນາມ. ນອກຈາກນັ້ນ, ບາງເຫດການພົ້ນເດັ່ນເປັນໜ້າສົນໃຈເຊິ່ງລວມມີ: ອຸດສາຫະກຳວັດທະນະທຳມີຜົນງານພົ້ນເດັ່ນ, ໂຫ້ຍອານ, ດາລາດ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຮັບຮອງເປັນນະຄອນປະດິດຄິດສ້າງ; ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງຄະນະກຳມະການມໍລະດົກໂລກອາຍຸການ 2023 – 2027; ທິມຊາດບານເຕະຍິງ ຫວຽດນາມ ເຂົ້າຮ່ວມຮອບຊິງຊະນະເລີດ FIFA World Cup ຍິງ 2023; ກິລາຍິງປືນ ຫວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດຄ້ວາໄດ້ຫຼຽນຄຳ ໃນງານມະຫາກຳກິລາອາຊີ - ASIAD 19 ຢູ່ ຫາງເຈົາ (ປະເທດຈີນ) ; ການທ່ອງທ່ຽວ ຫວຽດນາມ ຄ້ວາໄດ້ຫຼາຍລາງວັນຂອງອົງການລາງວັນທ່ອງທ່ຽວໂລກປີ 2023; ໃນນັ້ນ, ຫວຽດນາມ ໄດ້ເຊີດຊູເປັນສະຖານທີ່ມໍລະດົກແຖວໜ້າໂລກ ຄັ້ງທີ 4 ແລະ ໄດ້ຮັບເລືອກເຟັ້ນເປັນສະຖານທີ່ທ່ອງທ່ຽວແຖວໜ້າ ອາຊີ ເປັນຄັ້ງທີ 5.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top