• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດເປັນທາງການຜົນຂອງການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ຕອນບ່າຍວັນທີ 30 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ດຳເນີນການເຮັດວຽກຢູ່ສະໂມສອນ, ຮັບຟັງຄະນະກວດນັບບັດຄະແນນສຽງ ລາຍງານຜົນ ຂອງການເລືອກຕັ້ງ, ປະກາດເປັນທາງການ ບັນຊີລາຍຊື່ ບັນດາສະຫາຍ ໄດ້ຮັບເລືອກເຂົ້າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຊ່ຶງລວມມີ 200 ສະຫາຍ, ໃນນັ້ນ ມີກຳມະການເປັນທາງການ ມີ180 ສະຫາຍ ແລະ ກຳມະການສຳຮອງມີ 20 ສະຫາຍ. 


ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ຕາງໜ້າຄະນະປະທານ ບັນຊາວາລະປະຊຸມ. ພາບ: VNA
 

ສະຫາຍ ຫງວຽນແທງບິ່ງ, ຮອງຫົວໜ້າ ຜູ້ປະຈຳການ ຄະນະຈັດຕັ້ງ ສູນກາງຊຸດທີ XII ຕາງໜ້າຄະນະກວດນັບບັດຄະແນນສຽງ ຂອງກອງປະຊຸມໃຫຍ່ ລາຍງານຜົນການເລືອກຕັ້ງ, ປະກາດເປັນທາງການ ບັນຊີລາຍຊື່ ບັນດາສະຫາຍ ໄດ້ຮັບເລືອກເຂົ້າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ພາບ: VNA

ໂດບ: VNA/VNP

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເດີນ​ທາງ​ຮອດ ອາ​ຟະ​ລິ​ກາ​ໃຕ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20

ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດ ສ.ອາຟະລິກາໃຕ້. ຕ້ອນຮັບຄະນະຢູ່ສະໜາມບິນ, ທາງຝ່າຍ ອາຟະລິກາໃຕ້ ມີທ່ານລັດຖະມົນຕີຕາງໜ້າລັດຖະບານ, ການນຳກົມພິທີການກະຊວງການຕ່າງປະເທດ ອາຟະລິກາໃຕ້ ແລະ ຜູ້ປະສານງານຕິດຕາມ.

Top