ຂ່າວສານ

ປະກາດເປັນທາງການຜົນຂອງການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ຕອນບ່າຍວັນທີ 30 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ດຳເນີນການເຮັດວຽກຢູ່ສະໂມສອນ, ຮັບຟັງຄະນະກວດນັບບັດຄະແນນສຽງ ລາຍງານຜົນ ຂອງການເລືອກຕັ້ງ, ປະກາດເປັນທາງການ ບັນຊີລາຍຊື່ ບັນດາສະຫາຍ ໄດ້ຮັບເລືອກເຂົ້າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຊ່ຶງລວມມີ 200 ສະຫາຍ, ໃນນັ້ນ ມີກຳມະການເປັນທາງການ ມີ180 ສະຫາຍ ແລະ ກຳມະການສຳຮອງມີ 20 ສະຫາຍ. 


ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ຕາງໜ້າຄະນະປະທານ ບັນຊາວາລະປະຊຸມ. ພາບ: VNA
 

ສະຫາຍ ຫງວຽນແທງບິ່ງ, ຮອງຫົວໜ້າ ຜູ້ປະຈຳການ ຄະນະຈັດຕັ້ງ ສູນກາງຊຸດທີ XII ຕາງໜ້າຄະນະກວດນັບບັດຄະແນນສຽງ ຂອງກອງປະຊຸມໃຫຍ່ ລາຍງານຜົນການເລືອກຕັ້ງ, ປະກາດເປັນທາງການ ບັນຊີລາຍຊື່ ບັນດາສະຫາຍ ໄດ້ຮັບເລືອກເຂົ້າ ຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ພາບ: VNA

ໂດບ: VNA/VNP


top