“ບົດເພງວິຊະຊົນແຫ່ງໄຊຊະນະ” ນີ້ແມ່ນຫົວຂໍ້ຂອງລາຍການສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (7/9/1945 - 7/9/2025) ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 5 ກັນຍາ ຢູ່ພະລາຊະວັງ ທັງລອງ. ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ກຳລັງປະກອບ ເກືອບ 1000 ຄົນ, ລາຍການແມ່ນການປະສົມປະສານຢ່າງ ລະອຽດອ່ອນຂອງບັນດາປະເພດສິລະປະ. ລາຍການຄືວາດພາບຄືນບັນດາຂີດໝາຍທີ່ສຳຄັນໃນໄລຍະ 80 ປີຂອງກອງເສນາທິການໃຫຍ່ ຢ່າງອົງອາດກ້າຫານ ແລະ ເຕັມໄປດ້ວຍອາລົມຈິດ, ຢັ້ງຢືນບົດບາດຂອງກົມເສນາທິການໃຫຍ່ ແມ່ນ “ຫົວໃຈກົນລະຍຸດ”, “ສະໝອງບັນຊາການ” ແລະ ແມ່ນອົງການເສນາທິການຍຸດທະສາດກົດລັບ, ສຳຄັນຂອງພັກ ແລະ ກອງທັບ.