• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ບົດເພງອະມະຕະສັນຕິພາບ” ຊົມເຊີຍ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ

ລາຍການໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມສະດຸ້ງໃຈຂອງບັນດາຕົວພະຍານຫຼັກຖານປະຫວັດສາດ ໃນການບຸກໂຈມຕີ

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນຄ່ຳວັນທີ 06 ເມສາ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ຄະນະກຳມະການພັກນະຄອນ, ຄະນະກຳມະການປະຊາຊົນແຂວງ ດັກລັກ ຈັດງານພົບປະແລກປ່ຽນສະແດງສິລະປະ “ບົດເພງອະມະຕະສັນຕິພາບ” ຢູ່ 3 ຈຸດເຊິ່ງຖືກເຊື່ອມຕໍ່ກັນຄື, ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ນະຄອນ ບວນມາທວດ ແຂວງ ດັກລັກ.

ລາຍການດັ່ງກ່າວໄດ້ສ້າງຂຶ້ນມີຂອບຂະໜາດໃຫຍ່, ລະອຽດທີ່ຖ້ວນ ນັບທັງດ້ານເນື້ອໃນ ແລະ ການສະແດງສິລະປະ, ດ້ວຍການເຂົ້າຮ່ວມຂອງບັນດານັກຮ້ອງ, ນັກສິລະປິນມີຊື່ສຽງຢູ່ພາຍໃນ ແລະ ນອກກອງທັບ. ສິ່ງທີ່ໜ້າສົນໃຈ, ລາຍການໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມສະດຸ້ງໃຈຂອງບັນດາຕົວພະຍານຫຼັກຖານປະຫວັດສາດ ໃນການບຸກໂຈມຕີ ແລະ ລູກຮື້ຂຶ້ນຄັ້ງໃຫຍ່ລະດູບານໃໝ່ 1975, ພ້ອມກັບບັນດາອະດີດນັກຮົບ, ຕົວພະຍານຫຼັກຖານປະຫວັດສາດ ໄດ້ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ. ຜ່ານບັນດາເລື່ອງລາວ, ຜູ້ຊົມຄືໄດ້ກັບຄືນສູ່ຄວາມຊົງຈຳທີ່ສະຫງ່າອົງອາດຂອງບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະ 50 ກ່ອນນີ້.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top