• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດລາຍງານການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ປີ 2023 ຈະປະກາດໃນວັນທີ 16 ພຶດສະພາ

ນີ້ແມ່ນຄັ້ງທີ 8, ສິ່ງພິມປະຈຳປີນີ້ຖືກປະກາດນັບແຕ່ປີ 2016 ມາຮອດປະຈຸບັນ. ບົດລາຍງານໄດ້ສະເໜີການສັງເກດສັງລວມກ່ຽວກັບການເຄື່ອນໄຫວສົ່ງອອກ - ນຳເຂົ້າ ກ່ຽວກັບສະພາບການສົ່ງອອກ - ນຳເຂົ້າໃນປີ 2023.
ພາບປະກອບ

ຕາມແຜນການແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະປະກາດ “ບົດລາຍງານສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ປີ 2023” ໃນວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 8, ສິ່ງພິມປະຈຳປີນີ້ຖືກປະກາດນັບແຕ່ປີ 2016 ມາຮອດປະຈຸບັນ. ບົດລາຍງານໄດ້ສະເໜີການສັງເກດສັງລວມກ່ຽວກັບການເຄື່ອນໄຫວສົ່ງອອກ - ນຳເຂົ້າ ກ່ຽວກັບສະພາບການສົ່ງອອກ - ນຳເຂົ້າໃນປີ 2023, ລວມມີ: ສະພາບການສົ່ງອອກ - ນຳເຂົ້າຕາມສິນຄ້າແຕ່ລະປະເພດ, ຕາມຕະຫຼາດລະອຽດ, ພ້ອມທັງກໍ່ແມ່ນການສັງເກດສັງລວມກ່ຽວກັບບັນດາການເຄື່ອນໄຫວຄຸ້ມຄອງຂອງລັດ, ກົນໄກນະໂຍບາຍກ່ຽວຂ້ອງເຖິງການເຄື່ອນໄຫວສົ່ງອອກ - ນຳເຂົ້າ, ບັນດາເອກະສານນິຕິກຳຖືກປະກາດໃນປີນັ້ນ.

        ພິທີປະກາດ “ບົດລາຍງານການສົ່ງອອກ - ນຳເຂົ້າ ຫວຽດນາມ ປີ 2023” ຈະດຳເນີນ ໃນຂອບເຂດກອງປະຊຸມສຳມະນາ “ການໝູນໃຊ້ອຸດສາຫະກຳເພື່ອພັດທະນາການຄ້າເອເລັກໂຕນິກ ແລະ Logistics ທັນສະໄໝ, ຍືນຍົງ”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top