
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການຮ່ວມມືຂອງບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນແມ່ນສຳຄັນທີ່ສຸດ. ບໍ່ພຽງແຕ່ຮ່ວມມືກ່ຽວກັບເສດຖະກິດເທົ່ານັ້ນ ຫາກຍັງຮ່ວມມື, ແບ່ງປັນບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດທົ່ງພຽງກໍ່ມີຄວາມສຳຄັນທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີຊຸກຍູ້ການຮ່ວມມືໃນຂົງເຂດກໍ່ສ້າງຊັບພະຍາກອນມະນຸດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າອຸດສາຫະກຳການປຸງແຕ່ງ ເພື່ອເພີ່ມມູນຄ່າຂອງບັນດາຜະລິດຕະພັນເຂດທົ່ງພຽງແມ່ນ້ຳຂອງແມ່ນບັນຫາຕ້ອງເອົາໃຈໃສ່. ບັນຫາໜຶ່ງອີກ ແມ່ນການຮ່ວມມືສາກົນເພື່ອຮັກສາບັນດາສາຍແມ່ນ້ຳ, ເປັນຕົ້ນແມ່ນເຂດຍ່ານລຸ່ມ, ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກນັບທັງບັນດາປະເທດໃນພາກພື້ນຖືກຜົນສະທ້ອນຢ່າງໃຫຍ່ຫລວງຈາກຍ່ານເໜືອອີກດ້ວຍ. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມປາດຖະໜາຢາກຮັບຟັງບັນດາຄຳເຫັນ, ຍູ້ແຮງການຮ່ວມມືໃນວິວັດການພັດທະນາ, ພິເສດແມ່ນບົດຮຽນ, ປະສົບການອັນລ້ຳຄ່າຈາກບັນດາປະເທດ.
(ແຫຼ່ງຄັດຈາກ VOV)