• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ

ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.
  ພິທີເລີ່ມລົງມືກໍ່ສ້າງ (ພາບ:Đỗ Bá Thành/TTXVN)  

ຕອນບ່າຍວັນທີ 9 ເມສາ, ຢູ່ແຂວງ ສະຫວັນນະເຂດ (ສປປ ລາວ), ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ບູລະນະປະຕິສັງຂອນເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ. ນີ້ແມ່ນກິດຈະກຳໂດຍນະຄອນ ໂຮ່ຈີມິນ ມອບໃຫ້ແຂວງ ສະຫວັນນະເຂດ ແລະ ກົມຫໍພິພິຕະພັນ ໄກສອນ ພົມວິຫານ (ສປປລາວ).

ໂຄງການກໍ່ສ້າງລວມມີ: ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.

ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ ໄດ້ຮັບການກໍ່ສ້າງແຕ່ປີ 2013. ປະຈຸບັນ, ບາງບ່ອນຖືກເປເພ. ການບູລະນະປະຕິສັງຂອນ ເພື່ອແນໃສ່ຮັບປະກັນຍົກສູງຄຸນນະພາບພື້ນຖານໂຄງລ່າງຂອງເຂດອະນຸສອນສະຖານ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ ເລິກເຊິ່ງກວ່າອີກ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top