• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນ​ປີ​ໃໝ່​ປະ​ຈຳ​ຊາດ - ກຳ​ລັງ​ແຮງ​ອ່ອນ​ໂຍນ​ຂອງວັດ​ທະ​ນະ​ທຳ​ ຫວຽດ​ນາມ

ໃນມື້ທຳອິດຂອງປີໃໝ່ ປີ ມະໂລງ 2024 ຂໍອວຍພອນບັນດາທ່ານຜູ້ຟັງ ປີໃໝ່ມີສຸຂະພາບເຂັ້ມແຂງມີຄວາມສຸກ ແລະ ຄວາມຈະເລີນ. ທ່ານຜູ້ຟັງທີ່ເຄົາລົບ ປີນີ້ຊາວ ຫວຽດນາມ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຫຼືເອີ້ນວ່າບຸນເຕັດ ໃນບັນຍາກາດພິເສດ ຂະນະທີ່ເປັນຄັ້ງທຳອິດສະຫະປະຊາຊາດ ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນພິທີປະຈຳປີຂອງອົງການຫຼາຍຝ່າຍໃຫຍ່ກວ່າໝູ່ໃນໂລກ. ນີ້ແມ່ນການຮັບຮອງຂອງວົງຄະນາຍາດສາກົນທີ່ມີຕໍ່ວັດທະນະທຳພື້ນເມືອງ ຂອງພາກພື້ນອາຊີຕາເວັນອອກ ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນຄຸນຄ່າຂອງບຸນປີໃໝ່ປະຈຳຊາດ ໄດ້ລ່ວງເກີນດິນແດນຂອງປະເທດຕ່າງໆໃນອາຊີ ແຜ່ລາມສູ່ທົ່ວໂລກ.

ວັນທີ 22 ທັນວາ ປີ 2023  ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນມື້ພັກບຸນປະຈຳປີຂອງອົງການນີ້. ນັກຂ່າວ VOV ໄດ້ສຳພາດທ່ານ ນາງ Pauline Tamesis ຜູ້ປະປະສານງານ ສະຫະປະຊາຊາດປະຈຳ ຫວຽດນາມ ເພື່ອເຂົ້າໃຈແຈ້ງກວ່າ ກ່ຽວກັບຂໍ້ຕົກລົງຂອງສະຫະປະຊາຊາດ.

ນັກຂ່າວ: ຂໍຮຽນທ່ານນາງ ຂໍໃຫ້ທ່ານນາງໃຫ້ຮູ້ມະຕິໃໝ່ຂອງສະຫະປະຊາຊາດ ຈະນຳມາຊຶ່ງການປ່ຽນແປຫຍັງແດ່?.

ທ່ານ ນາງ Pauline Tamesis:  “ມະຕິສະບັບນີ້ສົ່ງເສີມບັນດາອົງການຂອງສະຫະປະຊາຊາດ ພິເສດແມ່ນຢຸ່ສຳນັກງານໃຫຍ່ ແລະ ຢູ່ບັນດາບໍລິເວນ ປະເທດທີ່ມີບຸນປີໃໝ່ປະຈຳຊາດ,ຈຳກັດການຂຶ້ນຕາງຕະລາງຈັດກອງປະຊຸມ  ແລະ ຕ້ອງໃສ່ໃຈ ເມື່ອສັບຊ້ອນກະກຽມບັນດາກອງປະຊຸມ, ກອງປະຊຸມສຳມະນາທີ່ດຳເນີນໃນໂອກາດບຸນເຕັດ, ໂດຍຜ່ານການຖືບຸນປີໃໝ່ປະຈຳຊາດ ປຽບເໝືອນວັນພັກບຸນ, ພວກຂ້າພະເຈົ້າເຊີດຊູຄວາມຫຼາກຫຼາຍສີສັນດ້ານວັດທະນະທຳໃນຖັນແຖວພະລາກອນສະຫະປະຊາຊາດ. ເລື່ອງສະເຫຼີມສະຫຼອງຄວາມແຕກຕ່າງຂອງພວກເຮົາ, ຮັບຮອງຄວາມອຸດົມຮັ່ງມີຂອງບັນດາພື້ນຖານວັດທະນະທຳ ແລະ ບັນດາປະເພນີຈະຊຸກຍູ້ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງຂອງບັນດາປະເທດ”.

ນັກຂ່າວ: ມະຕິສະບັບນີ້ຈະແມ່ນການເປີດສາກໃຫ້ແກ່ບັນດາຂໍ້ລິເລີ່ມໃນອະນາຄົດ ແນໃສ່ຊຸກຍູ້ຄວາມເຄົາລົບຕໍ່ຄວາມຫຼາກຫຼາຍດ້ານອະລິຍະທຳໃນໂລກ ແມ່ນບໍ່ທ່ານ?.

ທ່ານ ນາງ Pauline Tamesis:  “ຂໍ້ຕົກລົງຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນວັນພັກບຸນຂອງສະຫະປະຊາຊາດ ແມ່ນບາດກ້າວເດີນທີ່ສຳຄັນມຸ່ງໄປສູ່ການຮັບຮອງ ແລະ ສະເຫຼີມສະຫຼອງຂອງບັນດາພື້ນຖານວັດທະນະທຳຫຼາກຫຼາຍ ອັນໄດ້ສ້າງປະຊາຄົມທົ່ວໂລກ. ການຮັບຮອງທາງດ້ານຫຼາກຫຼາຍວັດທະນະທຳ ບໍ່ພຽງແຕ່ແມ່ນການຮັບຮອງບາງມື້ພິເສດເທົ່ານັ້ນ ຫາກຍັງຮຽກຮ້ອງໃຫ້ພວກເຮົາຕ້ອງນຳຄວາມຫຼາກຫຼາຍສີສັນນີ້ ເຂົ້າໃນບັນດາການກະທຳ ແລະ ນະໂຍບາຍປະຈຳວັນຂອງສະຫະປະຊາຊາດ.

ນັກຂ່າວ: ໃນຈຳນວນບັນດາປັດໄຈ ເພື່ອສ້າງໃຫ້ມີຂໍ້ຕົກລົງຂອງສະຫະປະຊາຊາດນັ້ນ  ມີບຸນປີໃໝ່ປະຈຳຊາດ ຫວຽດນາມ. ທ່ານນາງຮູ້ສຶກຄືແນວໃດກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດນາມ?.

ທ່ານ ນາງ Pauline Tamesis: "ນີ້ເປັນຄັ້ງທີ່ສອງທີ່ຂ້າພະເຈົ້າ ມີໂອກາດ ໄດ້ເຊື່ອມຕົວເຂົ້າກັບຄວາມເບີກບານມ່ວນຊື່ນ ແລະ ສັກກາລະບູຊາໃນບຸນປິໃໝ່ປະຈຳຊາດຂອງຊາວ ຫວຽດນາມ.  ຂ້າພະເຈົ້າເຂົ້າໃຈວ່າ ບຸນເຕັດບໍ່ພຽງແຕ່ແມ່ນໂອກາດວັນພັກບຸນທີ່ພິເສດທີ່ສຸດເທົ່ານັ້ນ ຫາກຍັງແມ່ນຊ່ວງເວລາທີ່ສັກກາລະບູຊາຊຶ່ງໄດ້ຝັງເລິກໃນມູນເຊື້ອແຫ່ງຊາດຂອງຊາວຫວຽດນາມ ທຸກໆຄົນ. ບຸນເຕັດແມ່ນໂອກາດເພື່ອໃຫ້ທຸກໆຄົນໃນຄອບຄົວໄດ້ເຕົ້າໂຮມກັນ ທັງເປັນການຫວນຄືນທຸກສິ່ງໃນປີເກົ່າ  ແລະ ວາງຄາດຫວັງໃນປີໃໝ່. ນັ້ນກໍ່ແມ່ນຄວາມສຳຄັນຂອງຄອບຄົວ ແມ່ນຄວາມເຄົາລົບນັບຖືພໍ່ແມ່ ເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍບັນພະບູລຸດ ແມ່ນໂຊກດີທີ່ນຳມາຊຶ່ງໄວໜຸ່ມ ແລະ ນັບທັງຜູ້ເຖົ້າຜຸ້ແກ່. ແມ່ນການເຊື່ອມຕໍ່ຂອງທຸກໆຄົນກັບກົກເຄົ້າເຫົ້ງາກໍເຊິ່ງແມ່ນຄຸນທາດທີ່ຂ້າພະເຈົ້າເຫັນວ່າ ພົ້ນເດັ່ນທີ່ສຸດຂອງ ຊາວຫວຽດນາມ. ອວຍພອນປີໃໝ່ ໂຊກດີປີໃໝ່."

ນັກຂ່າວ:  ຂໍຂອບໃຈນຳທ່ານນາງ.

ໃນມື້ນີ້, ຄຳວ່າ “ອວຍພອນປີໃໝ່” ໂດຍທ່ານນາງ Pauline Tamesis, ຫົວໜ້າຜູ້ຕາງໜ້າສະຫະປະຊາຊາດປະຈຳຫວຽດນາມ, ກໍຄືຊາວຕ່າງປະເທດຫຼາຍຄົນຢູ່ຫວຽດນາມ ເຄີຍເວົ້າມາຫຼາຍຄັ້ງ, ຄືດັ່ງການຢັ້ງຢືນເຂົາເຈົ້າພວມຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຫວຽດນາມຄືເປັນຊາວຫວຽດນາມ. Max McFarlin, ຊາວອາເມລິກາ, ເຊິ່ງແມ່ນ blogger ທີ່ມີຊື່ສຽງໃນປະຊາຄົມທ່ອງທ່ຽວຄົ້ນຫາໂລກ, ໄດ້ຖ່າຍທຳຄຼິບແນະນຳກ່ຽວກັບບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ.

Max McFarlin ຊາວອາເມລິກາ, ເຊິ່ງແມ່ນ blogger ທີ່ມີຊື່ສຽງໃນປະຊາຄົມທ່ອງທ່ຽວຄົ້ນຫາໂລກ (ພາບ: hanoimoi.vn)

-     ຜູ້ຂາຍເຄື່ອງ (ແນະນຳກ່ຽວກັບໃບຕອງຫໍ່ເຂົ້າຕົ້ມ): ເຂົ້າຕົ້ມນີ້ຫໍ່ດ້ວຍໃບຕອງຈິງ, ເຂົ້າໜົມນີ້ຫໍ່ດ້ວຍໃບຕອງກ້ວຍ.

-     Max: ໃບຕອງຈິງ, ໃບຕອງກ້ວຍ.

-     ຜູ້ຂາຍເຄື່ອງ: ຖືກແລ້ວ, ເຂົ້າຕົ້ມ 2 ຊະນິດນີ້ບໍ?

-     Max: ເຈົ້າ

ສຳລັບ Max, ນອກຈາກເຂົ້າຕົ້ມແລ້ວ, ໃນບຸນປີໃໝ່ປະຈຳຊາດຕ້ອງມີຕົ້ນໝາກແປ້ນແລະຕົ້ມເຄັມຊີ້ນໝູໃສ່ໄຂ່. ແລະພາເຄື່ອງບຸນເຕັດ, ຜ່ານການແນະນຳຂອງ Max, ລວມມີ:   Max 1

 ນີ້ແມ່ນພາເຂົ້າໜົມແລະນີ້ແມ່ນພາໝາກໄມ້ຂ້າພະເຈົ້າບໍ່ແມ່ນນັກຊ່ຽວຊານສະນັ້ນພຽງແຕ່ກະກຽມແບບງ່າຍ ຕາມທີ່ຂ້າພະເຈົ້າູ້ເພື່ອຖະຫວາຍບັນພະບຸລຸດແລະຂໍໃຫ້ມີໂຊກດີປີໃໝ່”.

ຕາມ Max ແລ້ວ, ໃນປີໃໝ່ປະຈຳຊາດຕ້ອງມີຊອງອັງເປົາອີກ. 

ຢູ່ນອກດິນແດນຫວຽດນາມ, ບຸນປີໃໝ່ປະຈຳຊາດແມ່ນຫົວຂໍ້ຂອງສາລະຄະດີ “ຊາວຫວຽດນາມຕ້ອນຮັບບຸນເຕັດຢູ່ Woluwe Saint-Pierre” ໂດຍຊ່ອງໂທລະພາບພາສາຝລັ່ງຂອງເຂດນະຄອນຫຼວງ Brussels ອອກອາກາດໃນຕົ້ນປີ 2023. ຕາມຜູ້ກຳກັບສາລະຄະດີແລ້ວ, ຄຳວ່າ “ອວຍພອນປີໃໝ່” ແມ່ນຄຳທີ່ຊາວຫວຽດນາມເຄີຍເວົ້າທີ່ການພົບປະໃນໂອກາດນີ້. ນັບທັງຊາວແບນຊິກຈຳນວນໜຶ່ງກໍ່ມັກຮຽນເພື່ອເວົ້າຄຳວ່າ “ອວຍພອນປີໃໝ່”. ໃນສາລະຄະດີນັ້ນ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບຸນເຕັດຫວຽດນາມໄດ້ຮັບການແນະນຳໂດຍລະອຽດ. 

ໜຶ່ງໃນບັນດາສັນຍາລັກພົ້ນເດັ່ນອື່ນຂອງປີໃໝ່ແມ່ນໝາກກ້ຽງໃຫຍ່ໝາຍເຖິງໝາກສົ້ມໂອຄອບຄົໃດກໍ່ມີໝາກກ້ຽງໃຫຍ່ຍາມຕົ້ນປີໃໝ່ແລະເພື່ອໃຫ້ບັນຍາກາດຕ້ອນຮັບບຸເຕັດຢ່າງອົບອຸ່ນນັ້ນບັນດາເຂດສຳຄັນໄດ້ປະດັບປະດາຢ່າງລະອຽດລະອໍດ້ວຍບັນດາແຜ່ນຄຳກອນ ທີ່ເອົາມາຈາກຫວຽດນາມ”.

ຢູ່ຍີ່ປຸ່ນ, ຊ່ອງວິທະຍຸ ແລະໂທລະພາບ NHK ກໍ່ສະຫງວນເວລາເພື່ອອອກອາກາດກ່ຽວກັບບຸນເຕັດປະຈຳຊາດຂອງຫວຽດນາມ. ໃນພິທີຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ເທດສະບານເມືອງ Nakashibetsu, ບັນດານັກເຝິກງານເຕັກນິກຊາວ ຫວຽດນາມ ແລະ ປະຊາຊົນປະຈຳຖິ່ນໄດ້ພ້ອມກັນປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ. 

“ຂ້າພະເຈົ້າມີຄວາມສຸກທີ່ສຸດ ເພາະໄດ້ເຮັດໃຫ້ທຸກຄົນມັກການລົງພຶດຕິກຳ ຕົວຈິງນີ້. ຈະດີທີ່ສຸດຖ້າຫາກຊາວ ຍີ່ປຸ່ນ ແລະ ຊາວຫວຽດ ຈະສາມາດເຊື່ອມຕໍ່ກັນ ດ້ວຍບັນດາເຍື່ອງອາຫານ”.

ທ້າຍເດືອນທັນວາ 2023, ອີກເທື່ອໜຶ່ງ, ຊ່ອງວິທະຍຸ ແລະໂທລະພາບ NHK ໄດ້ຖືເອົາວັດທະນະທຳບຸນເຕັດເປັນຫົວຂໍ້ຕົ້ນຕໍເພື່ອຜະລິດລາຍການ “ພາສາຫວຽດໃນການດຳລົງຊີວິດແລະວຽກງານ”. ຜ່ານລາຍການ, ເຂົາເຈົ້າຢາກໃຫ້ຜູ້ຟັງຍີ່ປຸ່ນມີຄວາມຮູ້ກ່ຽວກັບບຸນເຕັດຂອງຫວຽດນາມຫຼາຍກວ່າອີກ.

ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ບັນດາຄຸນຄ່າທີ່ເປັນເອກະລັກຂອງບຸນປີໃໝ່ປະຈຳຊາດໄດ້ພິສູດຜ່ານການຕົກລົງຂອງສປຊ, ຜ່ານບັນດາຄຼິບວິດີໂອ ຄົ້ນຫາຂອງແຂກທ່ອງທ່ຽວສາກົນແລະຜ່ານບັນດາພາຫະນະສື່ມວນຊົນຕ່າງປະເທດ. ຈາກນັ້ນ, ກໍ່ແຜ່ຂະຫຍາຍພາດພົດກ່ຽວກັບປະເທດຫວຽດນາມທີ່ຫຼາກຫຼາຍສີສັນ, ມີມູນເຊື້ອສາມັກຄີແລະຄວາມສະຫງົບສຸກ. ນັ້ນກໍແມ່ນກຳລັງແຮງອ່ອນໂຍນໃຫ້ແກ່ຫວຽດນາມໃນຂະບວນວິວັດແຫ່ງການພັດທະນາຂອງຫວຽດນາມ. ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV, ຈະເວົ້າແຈ້ງກ່ຽວກັບສິ່ງດັ່ງກ່າວຕື່ມອີກ.

ນັກຂ່າວ: ຂໍຮຽນທ່ານ, ເຮົາສາມາດເວົ້າໄດ້ບໍ່ວ່າ ບັນດາຄຸນຄ່າຂອງບຸນປີໃໝ່ປະຈຳຊາດ ໄດ້ປະກອບສ່ວນຢັ້ງຢືນຄວາມງາມທາງດ້ານວັດທະນະທຳຂອງ ຫວຽດນາມ ໃນແຜນທີ່ວັດທະນະທຳໂລກ, ແມ່ນບໍ່ທ່ານ? 

ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ«ບຸນປີໃໝ່ປະຈຳຊາດແມ່ນກຳລັງແຮງດ້ານວັດທະນະທຳຂອງຊາດ. ເລື່ອງສາກົນຕີລາຄາສູງບັນດາຄຸນຄ່າຂອງບຸນປີໃໝ່ປະຈຳຊາດນັ້ນ ແມ່ນສິ່ງທີ່ພວກເຮົາເອກອ້າງທະນົງໃຈທີ່ສຸດ ເພາະວ່າ ພວກເຮົາສາມາດຢັ້ງຢືນໄດ້ຈຸດຄວາມງາມທາງດ້ານວັດທະນະທຳຂອງ ຫວຽດນາມ ໃນແຜນທີ່ວັດທະນະທຳຂອງໂລກ. ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ພວກເຮົາຍັງມີສີສັນທີ່ເປັນເອກະລັກສະເພາະຂອງຊາດ ເພື່ອມີຄວາມໝັ້ນໃຈເຊື່ອມໂຍງ ແລະ ຄວາມໝັ້ນໃຈນັ້ນ ຈະສ້າງເປັນທ່າໄດ້ປຽບສະເພາະ ເພື່ອການພັດທະນາ».

ນັກຂ່າວ: ຕາມທ່ານແລ້ວ, ທ່າໄດ້ປຽບສະເພາະຢູ່ນີ້ແມ່ນຫຍັງ ?

ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ  "ໃນວິວັດການເຊື່ອມໂຍງເຂົ້າກັບສາກົນການເຂົ້າໃຈແຈ້ງບັນດາຄຸນຄ່າວັດທະນະທຳຂອງຕົນຈະຊ່ວຍໃຫ້ພວກເຮົາສ້າງອອກບັນດາຜະລິດຕະພັນດ້ານວັດທະນະທຳສິລະປະບັນດາຜະລິດຕະພັນດ້ານເສດຖະກິດທີ່ມີສີສັນວັດທະນະທຳຂຶ້ນມາຈາກນັ້ນກໍສ້າງເປັນບັນດາທ່າໄດ້ປຽບສະເພາະກ່ຽວກັບດ້ານເສດຖະກິດ - ສັງຄົມດ້ວຍວິທີປະສົມປະສານເຂົ້າໃນບັນດາຜະລິດຕະພັນສິນຄ້າຫຼືບັນດາກິດຈະກຳດຳເນີນຊີວິດສັງຄົມອື່ນໆ.

ນັກຂ່າວ: ຫວຽດນາມ ຕ້ອງເຮັດຫຍັງເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ຕົນມີ, ໃນນັ້ນ ມີບັນດາຄຸນຄ່າວັດທະນະທຳຂອງບຸນປີໃໝ່ປະຈຳຊາດ. ຂໍຮຽນທ່ານ ? 

ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນ«ປີ 2005, UNESCO ໄດ້ປະກາດໃຊ້ສົນທິສັນຍາ ກ່ຽວກັບການປົກປ້ອງ ແລະ ເສີມຂະຫຍາຍບັນດາຂໍ້ກຳນົດກົດໝາຍກ່ຽວກັບຄວາມຫຼາກຫຼາຍຂອງວັດທະນະທຳ, ໃນນັ້ນ, ສົ່ງເສີມບັນດາປະເທດປົກປ້ອງບັນດາຄຸນຄ່າວັດທະນະທຳຂອງຕົນ ເພື່ອປົກປັກຮັກສາອະທິປະໄຕແຫ່ງຊາດທາງດ້ານວັດທະນະທຳ. ເປັນອັນວ່າ, ນອກຈາກອະທິປະໄຕແຫ່ງຊາດກ່ຽວກັບເຂດນ້ຳແດນດິນແລ້ວ, ອະທິປະໄຕແຫ່ງຊາດກ່ຽວກັບທາງດ້ານວັດທະນະທຳກໍເປັນໜຶ່ງໃນບັນດາປັດໄຈສຳຄັນໃນການຮັບປະກັນເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ທັງເຂດນ້ຳແດນດິນ ແລະ ທັງທາງດ້ານຈິດໃຈຂອງປະເທດ ຊາດອີກດ້ວຍ. ນັ້ນແມ່ນເຫດຜົນທີ່ພວກເຮົາຕ້ອງມີຄວາມເອົາໃຈໃສ່ເຖິງການຮັກສາສີສັນວັດທະນະທຳຂອງຊາດຫຼາຍກວ່າອີກ. ຕາມຂ້າພະເຈົ້າແລ້ວ, ຕ້ອງເພີ່ມທະວີສະຕິຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງບຸນປີໃໝ່ປະຈຳຊາດໃນກະແສວັດທະນະທຳ ກໍຄືສຳລັບການຢັ້ງຢືນຄຸນຄ່າວັດທະນະທຳ ຫວຽດນາມ ໃນເວທີສາກົນ. ທີສອງແມ່ນ ຕ້ອງມີບັນດານະໂຍບາຍເຊີດຊູຄຸນຄ່າຂອງບຸນ ປີໃໝ່ປະຈຳຊາດ. ທີສາມແມ່ນ, ຕ້ອງມີບັນດາຜະລິດຕະພັນດ້ານວັດທະນະທຳ, ສິລະປະທີ່ເປັນເອກະລັກຫຼາຍກວ່າອີກໃນຊຸມວັນບຸນເຕັດ, ຈາກນັ້ນ ກໍຈະແຜ່ຂະຫຍາຍບັນດາສິ່ງທີ່ດີທີ່ງາມ».

ນັກຂ່າວ: ຂໍຂອບໃຈທ່ານຮອງສາດສະດາຈານ.ປອ ບຸ່ຍຮວ່າຍເຊິນ, ກຳມະການປະຈຳກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດຊຸດທີ XV.

ທ່ານຮອງສາດສະດາຈານ ປອ ບຸ່ຍຮວ່າຍເຊີນບຸນປີໃໝ່ປະຈຳຊາດໄດ້ເຕົ້າໂຮມບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ. ບຸນ ປີໃໝ່ປະຈຳຊາດໄດ້ປະກອບສ່ວນຢັ້ງຢືນທີ່ຕັ້ງວັດທະນະທຳຫວຽດນາມໃນແຜນທີ່ວັດທະນະທຳໂລກ. ບຸນ ປີໃໝ່ປະຈຳຊາດກໍໄດ້ກາຍເປັນກຳລັງແຮງອ່ອນໂຍນ, ແມ່ນສຳພາລະຊ່ວຍໃຫ້ຊາວຫວຽດນາມໝັ້ນໃຈເຊື່ອມໂຍງ, ພັດທະນາພ້ອມກັບປະຊາຄົມສາກົນໃນວັນນີ້ແລະໃນພາຍພາກໜ້າ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top