ຂ່າວສານ
ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ: ຂີດໝາຍ ຂອງຫວຽດນາມ ໃນປີ 2025 ສ້າງພື້ນຖານໃຫ້ແກ່ການພັດທະນາປະເທດ
ຂ້າພະເຈົ້າເຫັນວ່າ ຖະໜົນຫົນທາງ, ເສັ້ນທາງຄວາມໄວສູງໄດ້ກໍ່ສ້າງຢູ່ທົ່ວທຸກບ່ອນ, ການເດີນທາງໄປມາສະດວກກວ່າຫຼາຍ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຫັນປະເທດຕົນມີການປ່ຽນແປງຢ່າງວ່ອງໄວ, ພື້ນຖານໂຄງລ່າງນັບມື້ນັບທັນສະໄໝ.
ພາກພູມໃຈ, ເອກອ້າງທະນົງໃຈ, ນັ້ນແມ່ນຄວາມຮູ້ສຶກຂອງປະຊາຊົນຕໍ່ການປ່ຽນແປງຢ່າງຈະແຈ້ງຂອງພື້ນຖານໂຄງລ່າງຂອງປະເທດໃນໄລຍະຜ່ານມາ.
ປີ 2025, ໄດ້ລົງມືກໍ່ສ້າງປະມານ 564 ໂຄງການ, ກິດຈະກຳຈຸດສຸມ , ໃນນັ້ນມີ 140 ກິດຈະກຳໃຫຍ່ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າຂຸດຄົ້ນ, ເຄື່ອນໄຫວ, ນຳໃຊ້ຢ່າງມີປະສິດທິຜົນ. ນັ້ນແມ່ນຕົວເລກທີສູງກວ່າເມື່ອທຽບໃສ່ຊຸມປີກ່ອນນັ້ນ, ທ່ານ ເຈ່ິນຮົ່ງມິງ ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ:
ນີ້ລ້ວນແຕ່ແມ່ນບັນດາກິດຈະກຳທີ່ມີຄວາມໝາຍອັນໃຫຍ່ຫຼວງທາງດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພ້ອມທັງເປີດແງ່ຫວັງໃໝ່, ສ້າງສະຖານທີ່ພັດທະນາໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ. ບັນດາກິດຈະກຳທີ່ໄດ້ຜັນຂະຫຍາຍ ແລະ ກໍ່ສ້າງສຳເລັດ ໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງຄຸນນະພາບຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ຮັບປະກັນຊີວິດສັງຄົມ, ຮັດແຄບຊ່ອງຫວ່າງພັດທະນາລະຫວ່າງເຂດ, ພາກ.
ເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ໄດ້ກໍ່ສ້າງສຳເລັດຕອນທີ່ເປັນກະດູກສັນຫຼັງ, ບັນດາເສັ້ນທາງເຊື່ອມຕໍ່ເຂດພາກພູພຽງ, ເຂດພູສູງທາງທິດເໜືອ, ເຂດແຄມທະເລຢູ່ພາກກາງ, ບັນດາເສັ້ນທາງຢູ່ ໄຕງວຽນ ແລະ ເຂດພາກໃຕ້, ບັນດາເສັ້ນທາງຢູ່ອ້ອມຕົວເມືອງໃຫຍ່… ໃນນັ້ນ, ພົ້ນເດັ່ນແມ່ນການເປີດນຳໃຊ້ເສັ້ນທາງບົກຄວາມໄວສູງ ກວ່າ 3.500 ກີໂລແມັດ, ເປີດເສັ້ນທາງໃຫ້ແກ່ເປົ້າໝາຍເສັ້ນທາງຄວາມໄວສູງ 5.000 ກີໂລແມັດໃນປີ 2030. ທຸກສິ່ງລ້ວນແຕ່ເປີດກາລະໂອກາດພັດທະນາ, ດຶງດູດເງິນລົງທຶນ, ສ້າງກຳລັງໜູນແຜ່ກະຈາຍເສດຖະກິດໃນເຂດ.

ໃນຂົງເຂດໂຄງລ່າງພະລັງງານ, ບັນດາໂຄງການສົ່ງໄຟຟ້າຍຸດທະສາດ, ພິເສດແມ່ນສາຍສົ່ງ 500 kV, ສາຍ ເໜືອ - ໃຕ້ ໃຫຍ່ທີ່ສຸດ ໄດ້ກໍ່ສ້າງສຳເລັດບັນດາສາຍຫຼັກທັງໝົດ ພາຍຫຼັງໄລຍະກໍ່ສ້າງໄວທີສຸດທີ່ບໍ່ເຄີຍມີມາກອ່ນ, ເຊິ່ງໄດ້ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ. ນີ້ແມ່ນກິດຈະກຳ “ສົ່ງແຫຼ່ງບັນດານໃຈ” ເພື່ອປະຕິບັດບັນດາໂຄງການ, ສ້າງບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ຄືຄຳເຫັນຂອງ ທ່ານ ປອ ເລຢຸຍບິ່ງ, ນັກຊ່ຽວຊານດ້ານເສດຖະກິດໃຫ້ຮູ້ວ່າ:
ດ້ວຍຈິດໃຈ “ມີແຕ່ປຶກສາການເຮັດ, ບໍ່ໃຫ້ປຶກສາການຖອຍ” ຄືດັ່ງຄຳຊີ້ນຳຂອງນາຍົກລັດຖະມົນຕີ ແມ່ນຂ້ຽວຂາດທີ່ສຸດ, ອາດສາມາດໝູນໃຊ້ເໃນບັນດາກິດຈະກຳຄົມມະນາຄົມຈຸດສຸມອື່ນໆ ໃນໄລຍະຈະມາເຖິງ. ຈິດໃຈນີ້ຈະຊ່ວຍຍົກສູງຈິດໃຈຮບຜິດຊອບ, ຍອມຮັບຄວາມສ່ຽງ, ຊອກຫາບັນດາມາດຕະການທີ່ສອດຄ່ອງກັບກົດໝາຍ, ເໝາະສົມກັບສະພາບຕົວຈິງໃນການຜັນຂະຫຍາຍບັນດາກິດຈະກຳທີ່ພວມປະຕິບັດ.
ປີ 2025 ໄດ້ສ້າງຂີດໝາຍດ້ວຍບັນດາກິດຈະກຳໃນທົ່ວທຸກແຖບພາກຂອງປະເທດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ໄລຍະພັດທະນາໃໝ່, ສ້າງການເຕີບໂຕໄລຍະຍາວ, ຍົກລະດັບຄວາມສາມາດແກ້ງແຍ້ງແຫ່ງຊາດ. ປີ 2026 ແລະ ໃນໄລຍະຈະມາເຖິງ, ເພື່ອປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ, ຫວຽດນາມ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ບັນລຸລະດັບເຕີບໂຕສອງຕົວເລກ, ໃນນັ້ນການພັດທະນາໂຄງປະກອບພື້ນຖານໂຄງລ່າງສືບຕໍ່ໄດ້ຮັບການກຳນົດຢ່າງຈະແຈ້ງວ່າແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ. ທ່ານ ຮວ່າງວັນເກື່ອງ, ສັງກັດຢູ່ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ໃນເມື່ອກ່ອນ, ພວກເຮົາພຽງແຕ່ເອົາໃຈໃສ່ດຶງດູດການລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ, ແຕ່ມາຮອດປັດຈຸບັນ, ໄດ້ເສີມຂະຫຍາຍໃນທຸກຂົງເຂດ. ພວກເຮົາຕ້ອງເປີດກວ້າງວິທີການຮ່ວມມືພາກລັດ - ເອກະຊົນໃນທຸກຂົງເຂດຄື: ພື້ນຖານໂຄງລ່າງດ້ານການແພດ, ການສຶກສາ, ບັນດາກິດຈະກຳວັດທະນະທຳ, ກິລາ, ເພື່ອສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາ.
ໃນວິວັດການນັ້ນ, ລັດຖະບານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສວມບົດບາດໃຈກາງໃນການກໍ່ສ້າງ, ຮ່ວມເດີນທາງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາໂຄງການໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ມີປະສິດທິຜົນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ:
ຮັບປະກັນລະບອບລະບຽບການສະດວກສະບາຍ, ພື້ນຖານໂຄງລ່າງລຸລ່ວງ, ການບໍລິຫານທີ່ສະຫຼາດ, ວິທີການທົ່ວໄປ, ການຮ່ວມມືທີ່ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ຮັບປະກັນແຫຼ່ງກຳລັງ, ແຫຼ່ງສະໜອງວັດຖຸອຸປະກອນ, ຄວາມຄືບໜ້າ, ຄຸນນະພາບກິດຈະກຳ, ຮັບປະກັນຍົກສູງປະສິດທິຜົນໃນການນຳໃຊ້ທຶນ, ຮັບປະກັນການລົງທຶນຮອດໃສ ມີປະສິດທິຜົນຮອດນັ້ນ, ນຳຜົນປະໂຫຍດຢ່າງແທ້ຈິງມາໃຫ້ປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ.
ບັນດາບາດກ້າວບຸກທະລຸກ່ຽວກັບພື້ນຖານໂຄງລ່າງໃນປີ 2025 ໄດ້ສ້າງພື້ນຖານສຳຄັນ, ເປີດປະຖົມປັດໄຈໃຫ້ແກ່ໄລຍະບຸກທະລຸໃໝ່ຂອງປະເທດຊາດ.







