• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ

ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກັບບັນດາຜູ້ແທນ (ພາບ: TTXVN)

ໃນຕອນເຊົ້າ, ບັນດາຜູ້ແທນໄດ້ຄົ້ນຄວ້າເອກະສານ ແລະ ປຶກສາຫາລືກ່ຽວກັບບຸກຄະລາກອນ ຄາດວ່າຈະໄດ້ຮັບການແນະນຳເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ XIII.

     ໃນຕອນບ່າຍ, ຄະນະປະທານໄດ້ປະກາດສັງລວມບັນຊີລາຍຊື່ຜູ້ສະໝັກ, ຜູ້ໄດ້ຮັບການສະເໜີ (ເພີ່ມເຕີມ) ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກ ໃຫ້ບັນດາຄະນະ.

     ເມື່ອແລກປ່ຽນກັບສື່ມວນຊົນ, ຜູ້ແທນຫລາຍທ່ານໄດ້ຕີລາຄາວ່າ ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນ ເຊິ່ງໄດ້ສະໜອງຢ່າງຄົບຖ້ວນ, ມີຄວາມຮັບຜິດຊອບ. ນີ້ຈະແມ່ນພື້ນຖານ ເພື່ອໃຫ້ຜູ້ແທນແຕ່ລະຄົນຍົກອອກການເລືອກເຟັ້ນຂອງຕົນ ເພື່ອເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່, ຮັບປະກັນມາດຕະຖານ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ ຫຼືງອັກບີ່ງ, ຄະນະຜູ້ແທນແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ:

     “ຄະນະບໍລິການງານສູນກາງພັກ ໄດ້ກະກຽມວຽກງານບຸກຄະລາກອນຢ່າງລອບຄອບຖີ່ຖ້ວນ, ມີແບບມີແຜນວິທະຍາ. ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນໄດ້ສະໜອງໃຫ້ຜູ້ແທນຢ່າງຄົບຖ້ວນ ເພື່ອໃຫ້ຜູ້ແທນຮັບຂໍ້ມູນ, ຕີລາຄາ ແລະ ເລືອກຕັ້ງຜູ້ທີ່ດີເດັ່ນທີ່ສຸດ ເພື່ອນຳພາປະເທດຊາດໃນໄລຍະໃໝ່.

     ທ່ານ ລໍມິງຮຸ່ງ, ຄະນະຜູ້ແທນແຂວງ ເຊີນລາ ໃຫ້ຮູ້ວ່າ:

     “ບັນຊີລາຍຊື່ຜູ້ທີ່ໄດ້ຮັບການສະເໜີເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດນີ້ ຂ້າພະເຈົ້າເຫັນວ່າ ລ້ວນແຕ່ແມ່ນຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີປະສົບການເພື່ອສາມາດຮັບບົດບາດເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.

Top