• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຳລຸງສ້າງວິຊາສະເພາະການພິມຈຳໜ່າຍໃຫ້ແກ່ພະນັກງານລາວ

      ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານລາວ ໄດ້ຂຶ້ນແຜນກຳນົດວຽກງານການພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍແມ່ນວຽກງານໂຄສະນາ, ສະໜອງຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບບັນດາຂົງເຂດໃນສັງຄົມໄປສູ່ປະຊາຊົນ ເພື່ອປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ. ປີ 2019 ແມ່ນປີທີ 4, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ໄດ້ສົມທົບກັບກົມພິມຈຳໜ່າຍຂອງ ລາວ ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ໃຫ້ແກ່ ລາວ. ນີ້ທັງແມ່ນຄວາມເປັນກຽດ, ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກົມພິມຈຳໜ່າຍ, ພິມ ແລະ ຈຳໜ່າຍຫວຽດນາມ ໃນການປະກອບສ່ວນເຂົ້າໃນວຽກງານຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງພິມຈຳໜ່າຍຂອງລາວ.

ຊຸດຝຶກອົບຮົມຖືກດຳເນີນໃນລະຫວ່າງວັນທີ 06 – 10/05, ຢູ່ນະຄອນຫຼວງວຽງຈັນ
      ຊຸດຝຶກອົບຮົມຖືກດຳເນີນໃນລະຫວ່າງວັນທີ 06 – 10/05, ຢູ່ນະຄອນຫຼວງວຽງຈັນ, ລາວ ເຊິ່ງລວມມີສຳມະນາກອນ 110 ຄົນ ທີ່ມາຈາກບັນດາສໍານັກພິມຈຳໜ່າຍ, ໂຮງພິມຂອງລັດ ແລະ ເອກະຊົນ ໃນຂອບເຂດນະຄອນຫຼວງວຽງຈັນຄື: ສໍານັກພິມຈຳໜ່າຍພູມປັນຍາ, ສໍານັກພິມຈຳໜ່າຍການສຶກສາ, ສໍານັກພິມຈຳໜ່າຍວັນນະຄະດີ, ສໍານັກພິມຈຳໜ່າຍແສງສະຫວ່າງພູມປັນຍາ... ເຂົ້າຮ່ວມການສອນໃນຊຸດຝຶກອົບຮົມຄັ້ງນີ້ ແມ່ນບັນດາຄູສອນທີ່ມີອິດທິພົນຊື່ສຽງ ທີ່ມາຈາກສະມາຄົມການພິມນະຄອນໂຮ່ຈີມິນ, ບໍລິສັດຫຸ້ນສ່ວນການພິມ Scitech, ບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ, ບໍລິສັດຫຸ້ນສ່ວນການສຶກສາດ້າຍເຈື່ອງຟາດ, ບໍລິສັດການພິມ ຕ໊ຽນໂບະ. ຕາງໜ້າຄະນະຈັດຕັ້ງຊຸດຝຶກອົບຮົມ, ທ່ານນາງ ມາຍທິເຮືອງ, ຫົວໜ້າຫ້ອງການຄຸ້ມຄອງການພິມ, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ໃຫ້ຮູ້ວ່າ:
        “ບັນດາຄູສອນຄັ້ງນີ້ ລວມມີບັນດານັກຄຸ້ມຄອງ, ນັກຊ່ຽວຊານ ໃນຂົງເຂດພິມຈຳໜ່າຍ, ພິມ ແລະ ຈຳໜ່າຍ, ເຂົາເຈົ້າເປັນເຈົ້າຂອງວິສາຫະກິດໃຫຍ່, ບັນດາວິສາຫະກິດນັ້ນ ມີການເຄື່ອນໄຫວຢ່າງເຂັ້ມແຂງ ແລະ ມີຜົນສະທ້ອນຕໍ່ສັງຄົມ ຢູ່ຫວຽດນາມ. ມີນັກຊ່ຽວຊານຫຼາຍຄົນໄດ້ມານີ້ຫຼາຍເທື່ອດ້ວຍຖານະເປັນຄູສອນ ກໍຄືໃນຖານະເປັນເຈົ້າຂອງວິສາຫະກິດ ເພື່ອແບ່ງປັນປະສົບການຕົວຈິງ ແລະ ຮ່ວມມືກັນ”.
        ປັດຈຸບັນ, ຕາມທ່າອ່ຽງລວມຂອງທົ່ວໂລກແລ້ວ, ວຽງງານການພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ບັນດາສໍານັກພິມຈຳໜ່າຍ, ບໍລິສັດຈຳໜ່າຍ ຕ້ອງມານະພະຍາຍາມຫຼາຍຢ່າງ ເພື່ອຜ່ານຜ່າທຸກສິ່ງທ້າທາຍ. ໃນຊຸດຝຶກອົບຮົມ, ບັນຫາລິຂະສິດ ແມ່ນບັນຫາໜຶ່ງທີ່ບັນດາສຳມະນາກອນລາວ ມີຄວາມສົນໃຈ ແລະ ຕັ້ງຄຳຖາມຫຼາຍທີ່ສຸດ, ຍ້ອນເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກກ່ຽວກັບບັນຫານີ້. ເພື່ອແບ່ງປັນຄວາມຫຍຸ້ງຍາກດັ່ງກ່າວ, ທ່ານ ຫງວຽນເຍິດແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ ໃຫ້ຮູ້ວ່າ:

ກ່ອນນີ້ 15 ປີ, ກ່ອນທີ່ຈະດຳເນີນການຊື້ລິຂະສິດນັ້ນ, ພວກຂ້າພະເຈົ້າໄດ້ມີຄວາມເປັນຫ່ວງເປັນໃຍຫຼາຍຢ່າງ ບໍ່ຮູ້ວ່າ ເຮັດແນວໃດຈິ່ງຊື້ລິຂະສິດດ້ວຍລາຄາຖືກຈາກບັນດາໂຮງພິມຈຳໜ່າຍຂະໜາດໃຫຍ່ຂອງທະວີບເອີຣົບ, ທະວີບ ອາເມລິກາ ໄດ້. ຖ້າຫາກວ່າ ພວກເພື່ອນຢາກຊື້ລິຂະສິດຈາກບັນດາປະເທດນັ້ນ ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍພວກເພື່ອນໃນຂອບເຂດການຮ່ວມມືລະຫວ່າງກົມພິມຈຳໜ່າຍລະຫວ່າງສອງປະເທດ, ກໍຄືບັນດາໂຄງການບຳລຸງສ້າງກ່ຽວກັບຂົງເຂດລິຂະສິດ ຫຼື ອາດຈະໜູນຊ່ວຍກ່ຽວກັບການໂຄສະນາສ້າງບັນດາຮ້ານຂາຍປຶ້ມ ຫຼືບັນດາການເຄື່ອນໄຫວອື່ນໆ ພວກຂ້າພະເຈົ້າ ກໍພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ”.
      
ທ່ານ ຫງວຽນເຍິດແອັງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ຖະແຫຼງຂ່າວ ຍ໊ານາມ
       ໃນໄລຍະຈະມາເຖິງ, ກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຫວຽດນາມ ແລະ ກົມພິມຈຳໜ່າຍ ລາວ ຈະມີບັນດາລາຍການຮ່ວມມືອັນແທດຈິງກວ່າອີກໃນຂົງເຂດພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ ຄື ແລກປ່ຽນກ່ຽວກັບວິຊາສະເພາະ, ຈັດຕັ້ງງານວາງສະແດງ, ພິມຈຳໜ່າຍປຶ້ມ ຫວຽດນາມ - ລາວ... ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຍົກສູງວັດທະນະທຳການອ່ານປື້ມລະຫວ່າງປະຊາຊົນສອງປະເທດ ແລະ ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ລະຫວ່າງຫວຽດນາມ - ລາວ ໃຫ້ດີຍິ່ງໆຂຶ້ນ./.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top