• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດ​ກ້າວ​ເດີນ​ໃໝ່​ໃນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ໄທ

ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ; ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານໄລຍະ 2026 – 2030 ດ້ວຍເນື້ອໃນແທດຈິງ, ລະອຽດໂດຍໄວ.
  ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VOV )  

ໄທແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນອາຊຽນ ດ້ວຍການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ ແລະ ການຕ່າງປະເທດທີ່ນັບມື້ນັບສະໜິດແໜ້ນ, ພ້ອມກັນແບ່ງປັນທັດສະນະທີ່ຄ້າຍຄືກັນ ແລະ ການພົວພັນພັດທະນາຢ່າງຕັ້ງໜ້າ. ນີ້ແມ່ນການຢັ້ງຢືນຂອງທ່ານເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ໄທຕາມຄຳເຊື້ອເຊີນຂອງທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດ ໄທ ໃນວັນທີ 14 ທັນວາ.

ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ໄດ້ພົບປະເຈລະຈາກັບທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດ ໄທ. ສອງຝ່າຍໄດ້ຢັ້ງຢືນຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ເຫັນດີເປັນເອກະພາບປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ; ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານໄລຍະ 2026 – 2030 ດ້ວຍເນື້ອໃນແທດຈິງ, ລະອຽດໂດຍໄວ.

ກ່ຽວກັບພາກພື້ນ ແລະ ສາກົນ, ລັດຖະມົນຕີສອງທ່ານເນັ້ນໜັກເຖິງລະດັບຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ, ຍົກສູງບົດບາດເປັນໃຈກາງຂອງອາຊຽນ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະ ປະສານສົມທົບຫຼັກໝັ້ນລວມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top