• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັ້ນ “Save The Ocean” ສ້າງກອງ​ທຶນ​ອະ​ນຸ​ລັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ດຳ​ລົງ​ຊີ​ວິດ​ຂອງ ເຕົ່າ​ທະ​ເລ

ບັນດາຜູ້ແທນໄດ້ຢ້ຽມຊົມ, ຊອກຮູ້ກ່ຽວກັບການເຄື່ອນໄຫວອະນຸລັກຮັກສາເຕົ່າທະເລ ຢູ່ ຮ່ອນໄບແກ້ງ, ຫຼັງຈາກນັ້ນ ໄດ້ພ້ອມກັບກຳລັງ ກວດກາປ່າໄມ້ - ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ປະຕິບັດການປ່ອຍເຕົ່ານ້ອຍອອກສູ່ທະເລ.
ບັນດາຜູ້ແທນເຂົ້າຮ່ວມກິດຈະກຳ ປ່ອຍເຕົ່ານ້ອຍອອກສູ່ທະເລ (ພາບ: TTXVN)

ວັນທີ 8 ພະຈິກ, ຢູ່ເຂດຫາດຊາຍທະເລ ກ໊າດເລິນ - ຮ່ອນໄບແກ້ງ, ບ່າເຣ້ຍ - ຫວູງເຕົ່າ, ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ໄດ້ສົມທົບກັບລະບົບ ສັບພະສິນຄ້າ ຫີບ ແລະ ກະເປົ້າເດີນທາງ MIA.vn  ປຸກລະດົມບັ້ນຍຸດທະສາດ “Save The Ocean” ເພື່ອແນໃສ່ສ້າງກອງທຶນອະນຸລັກຮັກສາສະພາບແວດລ້ອມການດຳລົງຊີວິດຂອງ ເຕົ່າທະເລ, ພ້ອມທັງແຜ່ກະຈາຍສານ ມຸ່ງໄປເຖິງອະນາຄົດພັດທະນາລະບົບນິເວດ ເຕົ່າທະເລແບບຍືນຍົງ.

ທີ່ລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມ, ຊອກຮູ້ກ່ຽວກັບການເຄື່ອນໄຫວອະນຸລັກຮັກສາເຕົ່າທະເລ ຢູ່ ຮ່ອນໄບແກ້ງ, ຫຼັງຈາກນັ້ນ ໄດ້ພ້ອມກັບກຳລັງ ກວດກາປ່າໄມ້ - ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ກົນດາວ ປະຕິບັດການປ່ອຍເຕົ່ານ້ອຍອອກສູ່ທະເລ. ການເຄື່ອນໄຫວດັ່ງກ່າວໄດ້ ປະກອບສ່ວນເຂົ້າໃນການໂຄສະນາ, ຍົກສູງສະຕິຄວາມຮັບຜິດຊອບຂອງແຕ່ລະຄົນ ໃນການຮ່ວມແຮງຮ່ວມໃຈອະນຸລັກຮັກສາເຕົ່າທະເລເວົ້າສະເພາະ, ອະນຸລັກຮັກສາ ສະພາບແວດລ້ອມແຫ່ງການດຳລົງຊີວິດຂອງ ເຕົ່າເວົ້າລວມ.

(ແຫຼ່ງຄັດຈາກ VOV)

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ.

Top