• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ສັງ​ກາດ​ທີ່​ສະ​ຫງ່າ​ລາ​ສີ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ

ກ່ອນນີ້ 95 ປີ (ວັນທີ 3 ກຸມພາ 1930), ຜູ້ນຳ ຫງວຽນອ໊າຍກວັກ (ໝາຍເຖິງ ປະທານ ໂຮ່ຈີມິນ) ໄດ້ເປັນປະທານກອງປະຊຸມໂຮມ 3 ອົງການຄອມມູນິດຢູ່ ຫວຽດນາມ ເຂົ້າເປັນອົງການໜຶ່ງດຽວ ນັ້ນແມ່ນ ພັກຄອມມູນິດ ຫວຽດນາມ. ນີ້ແມ່ນເຫດການສຳຄັນຍິ່ງ, ແມ່ນບາດລ້ຽວຢຸດຕິວິກິດການກ່ຽວກັບແນວທາງກູ້ຊາດ ແລະ ການຈັດຕັ້ງນຳພາຂອງຂະບວນການຮັກຊາດ ຫວຽດນາມ ຕົ້ນສະຕະວັດທີ XX, ນີ້ກໍແມ່ນການເລີ່ມຕົ້ນການຕັດສິນໄຊຊະນະຂອງການປະຕິວັດ ຫວຽດນາມ ແລະ ການພັດທະນາຂອງຊາດໃນບັນດາໄລຍະຕໍ່ມາ.

ບັນດາຜົນງານພັດທະນາຂອງປະເທດຊາດບໍ່ອາດຕັດແຍກອອກຈາກບົດບາດນຳພາຂອງພັກຄອມມູນິດ ຫວຽດນາມ. ໃນໄລຍະທາງ 95 ປີຜ່ານມາ, ພັກໄດ້ນຳພາຊາດ ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາທີ່ເປັນໜ້າຊື່ນຊົມ.

       ບັນດາສັງກາດສະຫງ່າລາສີ

        95 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ ໂດຍທ່ານປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມ, ຊາດ ຫວຽດນາມ ໄດ້ຜ່ານມາບັນດາສັງກາດທີ່ສະຫງ່າລາສີ, ເປີດໄລຍະປະຫວັດສາດສຳຄັນໃນຂະບວນວິວັດແຫ່ງການພັດທະນາຂອງຊາດ ແລະ ໄດ້ເປັນທີ່ຍອມຮັບຈາກໂລກ.

        ປີ 1945, ພັກ ໄດ້ນຳພາປະຊາຊົນຍາດຊີງອຳນາດການປົກຄອງຈາກລະບອບສັກດີນາ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ຂຶ້ນ. ປີ 1954, ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ໄດ້ປະຕິບັດສຳເລັດການຕໍ່ຕ້ານພວກລ່າເມືອງຂຶ້ນ, ສ້າງສັນຕິພາບໃນທົ່ວພາກເໜືອ ຫວຽດນາມ ຄືນໃໝ່. ຮອດປີ 1975, ພັກຄອມມູນິດ ຫວຽດນາມ ໄດ້ສຳເລັດພາລະກຳປະຫວັດສາດ, ຈັດຕັ້ງທົ່ວປວງຊົນດຳເນີນພາລະກິດແຫ່ງຊາດກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ, ຕໍ່ສູ້ຍາດເອົາຄວາມເປັນເອກະພາບໃນທົ່ວປະເທດ. 10 ປີຕໍ່ມາ, ປີ 1985, ພັກ ພ້ອມກັບທົ່ວປວງຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຄັ້ງຕ່າງໆ, ນຳປະເທດກ້າວເຂົ້າສູ່ໄລຍະຂ້າມຜ່ານກ້າວຂຶ້ນ ສັງຄົມນິຍົມ.

ຈາກປະເທດທີ່ຖືກປິດລ້ອມ, ຕົກຢູ່ໃນທ່າໂດດດ່ຽວ ປັດຈຸບັນ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ກັບ 194 ປະເທດໃນໂລກ, ສ້າງຕັ້ງບັນດາສາຍພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ; ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 31 ປະເທດຄູ່ຮ່ວມມື, ໃນນັ້ນ ມີຄົບທຸກປະເທດທີ່ເປັນກຳມະການຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ກຸ່ມບັນດາປະເທດທີ່ມີພື້ນຖານອຸດສາຫະກຳກ້າວໜ້າໃນໂລກ (G7).

        ຫວຽດນາມ ກໍກາຍເປັນ 1 ໃນຈຳນວນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ 20 ພື້ນຖານເສດຖະກິດແຖວໜ້າໂລກ ກ່ຽວກັບການດຶງດູດເງິນລົງທຶນຕ່າງປະເທດ ແລະ ກ່ຽວກັບຂອບຂະໜາດການຄ້າ. ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ, ອັດຕາຄອບຄົວທຸກຍາກຫຼາຍສົ້ນຫຼຸດລົງຢ່າງແຮງ ຍັງເຫຼືອພຽງຕ່ຳກວ່າ 3%; ປະຕິບັດສຳເລັດບັນດາເປົ້າໝາຍແຫ່ງສະຫັດສະວັດໄວກວ່າກຳນົດເວລາໄດ້ວາງອອກ. ປະເທດຊາດຍາດໄດ້ບັນດາຜົນງານໃໝ່ໃນຂົງເຂດເສດຖະກິດ ແລະ ການທູດ ແມ່ນສິ່ງທີ່ມີຄວາມສຳຄັນຍິ່ງ, ຫາຍາກໃນສະພາບການໂລກທີ່ພວມຂາດສະຖຽນລະພາບໃນປັດຈຸບັນ. ທ່ານ ສາດສະດາຈານ. ປອ. ຫວູມິງຢາງ, ປະທານສະພາວິທະຍາສາດ ແລະ ກໍ່ສ້າງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

        “ນັບແຕ່ປີ 1946 ເມື່ອປະທານ ໂຮ່ຈີມິນ ຂຽນຈົດໝາຍຝາກເຖິງຄູອາຈານ ແລະ ນັກສຶກສາໂຮງຮຽນແຫ່ງຕ່າງໆຢູ່ພາຍໃນປະເທດ, ເພີ່ນໄດ້ເວົ້າວ່າ ອີກບໍ່ດົນ ພວກເຮົາຕ້ອງໄປທຽບທັນກັບບັນດາປະເທດມະຫາອຳນາດໃນຫ້າທະວີບ. ເລື່ອງປະເທດຊາດຈະໄປທຽບທັນກັບບັນດາປະເທດນັ້ນ ບໍ່ແມ່ນການລະດົມສົ່ງເສີມ ແຕ່ແມ່ນເປົ້າໝາຍທີ່ພວກເຮົາຕ້ອງບັນລຸໄດ້.”

ສັງກາດບຸກບືນ

        ໂດຍສືບຕໍ່ບັນດາສັງກາດທີ່ສະຫງ່າລາສີໃນອະດີດຕະການ, ເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ປີ 2024, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນກຽດຖະແຫຼງວ່າ ຫວຽດນາມ ກ້າວເຂົ້າສູ່ສັງກາດບຸກບືນ. ສານດັ່ງກ່າວເນັ້ນໜັກເຖິງຄວາມຕັດສິນໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ, ສ້າງບາດລ້ຽວປະຫວັດສາດ ເປີດໄລຍະພັດທະນາໃໝ່ຂອງຊາດ. ໃນກອງປະຊຸມຄັ້ງທີ 10 (ເດືອນ ກັນຍາ 2024), ຄະນະບໍລິຫານງານສູນກາງພັກຊຸດທີ XIII ກໍຕົກລົງເປັນເອກະພາບຢັ້ງຢືນວ່າ, ສັງກາດໃໝ່ໄດ້ເລີ່ມແຕ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຄອມມຸນູດ ຫວຽດນາມ (ປີ 2026).

 “ສັງກາດໃໝ່, ສັງກາດບຸກບືນຂອງຊາດ ຫວຽດນາມ, ນັ້ນແມ່ນສັງກາດພັດທະນາ, ສັງກາດຮັ່ງມີ ເຂັ້ມແຂງພາຍໃຕ້ການນຳພາ, ການກຳສິດອຳນາດຂອງພັກຄອມມູນິດ, ສ້າງປະເທດ ຫວຽດນາມ ສັງຄົມນິຍົມ ຢ່າງສຳເລັດຜົນ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ. ນີ້ແມ່ນຄວາມປາດຖະໜາຂອງປະທານ ໂຮ່ຈີມິນ  ຄາວເພິ່ນຍັງມີຊີວິດຢູ່ ແລະ ເປົ້າໝາຍຂອງພວກເຮົາແມ່ນຕ້ອງມຸ່ງໄປເຖິງ”.

        ສັງກາດບຸກບືນ ກໍແມ່ນໄລຍະເລັ່ງລັດຂອງການປະຕິວັດ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍຍຸດທະສາດ 100 ປີແຫ່ງການນຳພາຂອງພັກ, ສ້າງປະຖົມປັດໄຈບັນລຸໄດ້ເປົ້າໝາຍ 100 ປີແຫ່ງວັນສະຖາປະນາປະເທດ.

        ປະເທດຊາດຕ້ອນຮັບລະດູບານໃໝ່, ພັກຄອມມູນິດ ຫວຽດນາມ ກ້າວເຂົ້າສູ່ອາຍຸທີ 95 ປີ. ເກືອບ 01 ສະຕະວັດ, ພາຍໃຕ້ການນຳພາຂອງພັກ, ປະຊາຊົນ ຫວຽດນາມ ໄດ້ສ້າງໜ້າປະຫວັດສາດທີ່ສະຫງ່າລາສີຂອງຊາດ ດ້ວຍບັນດາຜົນງານທີ່ເປັນທີ່ຍອມຮັບຈາກທົ່ວໂລກ. ປັດຈຸບັນ, ພາລະກຳປະຫວັດສາດ ສືບຕໍ່ວາງອອກໜ້າທີ່ຄວາມຮັບຜິດຊອບແກ່ພັກຄອມມູນິດ ຫວຽດນາມ ນຳພາປະເທດຊາດກ້າວເຂົ້າສູ່ເສັ້ນໄຊແຫ່ງຄວາມວັດທະນາຖາວອນ, ສີວິໄລ. ພາລະກຳນັ້ນ ຈະບັນລຸໄດ້ຜົນສຳເລັດ ກໍຕໍ່ເມື່ອມີຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບຂອງທົ່ວປວງຊົນທັງຊາດ./

(ແຫຼ່ງຄັດຈາກ VOV)

ວັນທີ 03 ກຸມພາ ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ວັນທີ 03 ກຸມພາ ຄົບຮອບ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່.

Top