ອາທິດຜ່ານມາ, ພະແນກກະຈາຍສຽງລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 503 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັດຈົດໝາຍ, ອີເມວ 23 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈຳນວນໜຶ່ງຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ເຊີນທ່ານຕິດຕາມຮັບຟັງ.
ທ່ານ Yoshe Kunihisa ມາຈາກແຂວງ ໄອຈິ, ຍີ່ປຸ່ນ ໄດ້ຂຽນວ່າ: ມໍ່ໆມານີ້, ຂ້າພະເຈົ້າໄດ້ອ່ານ ແລະ ຟັງຫຼາຍລາຍການຂອງພວກເພື່ອນ, ບັນດາຂ່າວກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ - ສັງຄົມ ຍັງແມ່ນຂ່າວທີ່ໄດ້ຮັບຄວາມສົນໃຈຫຼາຍກວ່າໝູ່, ຍິ່ງຟັງຍິ່ງຮູ້ສຶກນັບຖືຕໍ່ການພັດທະນາຢ່າງກະໂດດຂັ້ນຂອງ ຫວຽດນາມ. ຫວັງວ່າ ພວກເພື່ອນຈະນັບມື້ນັບຜະລິດຫຼາຍລາຍການທີ່ດີ ແລະ ມ່ວນກວ່ານີ້ອີກເດີ.
ທ່ານ Sokunthearith ໄດ້ສົ່ງຈົດໝາຍມາຈາກ ກຳປູເຈຍ ດ້ວຍເນື້ອໃນ: ບັນດາບົດຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາການນຳ, ກໍ່ຄືຄວາມເຊື່ອໝັ້ນ, ຄວາມຕັ້ງຫວັງຂອງປະຊາຊົນ. ຂ້າພະເຈົ້າເຂົ້າໃຈເຖິງລະດັບຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ເມື່ອ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ພາຍຫຼັງການປັບປຸງຢ່າງແຮງໃນໄລຍະມໍ່ໆມານີ້.
ຈາກ ບຣາຊິນ, ທ່ານ Antonio Argolo Silva Neto ໄດ້ຂຽນວ່າ: ຂ້າພະເຈົ້າຂໍຂອບໃຈວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຮັບສານໂດຍຂ້າພະເຈົ້າສົ່ງໄປ. ພວກຂ້າພະເຈົ້າໄດ້ພ້ອມກັບເພື່ອນຜູ້ຟັງແບ່ງປັນຄວາມຊົງຈຳທີ່ເປັນໜ້າຈົດຈຳ. ການຕິດຕາມບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ນຳຄວາມເບີກບານໃຈມາໃຫ້ແກ່ຂ້າພະເຈົ້າ, ຜ່ານນັ້ນ, ຂ້າພະເຈົ້າກໍ່ໄດ້ຮຽນຮູ້ຂໍ້ມູນຫຼາຍຢ່າງ, ເປີດກວ້າງແງ່ມູມກ່ຽວກັບປະຫວັດສາດ ກໍ່ຄືມູນເຊື້ອວັດທະນະທຳຂອງປະຊາຊົນ ຫວຽດນາມ ຕື່ມອີກ.
ເພື່ອນ ຄຳນ້ອຍ, ມາຈາກແຂວງຫົວພັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ໃນເວລາຜ່ານມາ ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vn, ຂ້າພະເຈົ້າໄດ້ຮູ້ວ່າ ໃນປີຜ່ານມາຂະແໜງການທ່ອງທ່ຽວ ຫວຽດນາມ ມີການເຕີບໂຕຢ່າງກະໂດດຂັ້ນ. ຂ້າພະເຈົ້າຂໍສະແດງຄວາມຍິນດີນຳພວກເພື່ອນກ່ຽວກັບຜົນງານນີ້, ໃນໂອກາດນີ້ຂ້າພະເຈົ້າກໍ່ຢາກຂໍໃຫ້ລາຍການສະໜອງກ່ຽວກັບບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ຜົນງານນີ້. ຂໍຂອບໃຈ.
ເພື່ອນ ຄຳນ້ອຍ ທີ່ຮັກແພງ, ປີ 2025 ເປັນຄັ້ງທຳອິດທີ່ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນບັນລຸກວ່າ 21 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວລື່ນກາຍລະດັບ 1 ລ້ານຕື້ດົ່ງ, ຜ່ານນັ້ນ ກໍ່ສືບຕໍ່ຢັ້ງຢືນບົດບາດເປັນຂະແໜງການເສດຖະກິດສັງລວມ, ມີກຳລັງແຜ່ກະຈາຍຢ່າງແຮງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.
ໜຶ່ງໃນບັນດາປັດໄຈຫຼັກແຫຼ່ງສ້າງໝາກຜົນບຸກທະລຸຂອງຂະແໜງການທ່ອງທ່ຽວ ຫວຽດນາມ ໃນປີ 2025 ແມ່ນເລື່ອງສືບຕໍ່ບູລະນະ ແລະ ຜັນຂະຫຍາຍບັນດາກົນໄກຢ່າງຄົບຊຸດ, ນະໂຍບາຍລັກສະນະບຸກທະລຸ, ພິເສດແມ່ນນະໂຍບາຍກ່ຽວກັບວິຊາ. ໃນປີ, ຫວຽດນາມ ເປີດກວ້າງການຍົກເວັ້ນວິຊາແບບຝ່າຍດຽວ, ຜັນຂະຫຍາຍວິຊາເອເລັກໂຕນິກໃຫ້ແກ່ພົນລະເມືອງທຸກປະເທດ ແລະ ເຂດແຄ້ວນ, ພ້ອມທັງເພີ່ມໄລຍະເວລາພັກເຊົາສຳລັບແຂກທ່ອງທ່ຽວສາກົນຕື່ມອີກ. ບັນດາການປັບປຸງຢ່າງທັນການນີ້ ໄດ້ແກ້ໄຂຈຸດອຸດຕັນຢ່າງທັນການ, ສ້າງທ່າໄດ້ປຽບໃນການແກ້ງແຍ້ງຢ່າງຈະແຈ້ງໃຫ້ແກ່ການທ່ອງທ່ຽວ ຫວຽດນາມ.
ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ໄດ້ເປັນເຈົ້າການກ່ຽວກັບການປ່ຽນແປງໃໝ່ການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຕາມທິດເປັນມືອາຊີບ, ທັນສະໄໝ ແລະ ມີຈຸດສຸມ. ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມຫຼາຍລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ບັນດາຕະຫຼາດຈຸດສຸມທີ່ມີຄວາມສາມາດບົ່ມຊ້ອນຄື: ເອີລົບ, ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ພ້ອມທັງເຂົ້າຮ່ວມບັນດາງານຕະຫຼາດນັດທ່ອງທ່ຽວແຖວໜ້າໂລກ ຄື: ITB Berlin, WTM London.
ໄປຄຽງຄູ່ກັນນັ້ນ, ຂະແໜງການທ່ອງທ່ຽວກໍ່ໄດ້ເອົາໃຈໃສ່ຖືການພັດທະນາບັນດາຜະລິດຕະພັນໃໝ່ເປັນສຳຄັນ, ເໝາະສົມກັບທ່າອ່ຽງບໍລິໂພກຂອງແຂກທ່ອງທ່ຽວ, ຄື ການທ່ອງທ່ຽວຍາມກາງຄືນ, ການທ່ອງທ່ຽວສົ່ງເສີມສຸຂະພາບ, ການທ່ອງທ່ຽວຊົນນະບົດ, ການທ່ອງທ່ຽວຕີກອບ (golf), ການທ່ອງທ່ຽວອາຫານການກິນ… ຜ່ານນັ້ນ ກໍ່ຄ່ອຍຍົກສູງຄຸນນະພາບການລົງຕົວຈິງ, ແກ່ຍາວເວລາພັກເຊົາ ແລະ ເພີ່ມການໃຊ້ຈ່າຍຢູ່ ຫວຽດນາມ.
ເພື່ອນຄຳຕັນ, ຢູ່ແຂວງ ຄຳມ່ວນ, ໄດ້ໂທລະສັບມາຍັງລາຍການພາກພາສາລາວ ຊຶ່ງຢາກຊອກຮູ້ກ່ຽວກັບເສັ້ນທາງລົດໄຟເໜືອ-ໃຕ້ຂອງຫວຽດນາມ.
ເພື່ອນ ຄຳຕັນ ທີ່ຮັກແພງ, ຫວ່າງມໍ່ໆມານີ້, ເວັບໄຊການທ່ອງທ່ຽວ Lonely Planet - ເຊິ່ງເປັນເວັບໄຊການທ່ອງທ່ຽວໃຫຍ່ທີ່ສຸດໃນໂລກ ໄດ້ຄັດເລືອກໃຫ້ເສັ້ນທາງລົດໄຟ ເໜືອ - ໃຕ້ ຂອງ ຫວຽດນາມ ຢືນອັນດັບທີ 1 ໃນບັນຊີລາຍຊື່ບັນດາເສັ້ນທາງລົດໄຟທີ່ງາມທີ່ສຸດໃນໂລກ. ຕາມ Lonely Planet ວາດພາບແລ້ວ, ເສັ້ນທາງລົດໄຟ ເໜືອ - ໃຕ້ ມີຄວາມຍາວ 1.730 ກມ, ແມ່ນໜຶ່ງໃນບັນດາເສັ້ນທາງລົດໄຟທີ່ໄດ້ຮັບຄວາມນິຍົມທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນການເດີນທາງເປັນເວລາ 2 ວັນ ແຕ່ເໜືອ (ນະຄອນຫຼວງ ຮ່າໂນ້ຍ) ຮອດໃຕ້ (ນະຄອນ ໂຮ່ຈີມິນ), ແຂກທ່ອງທ່ຽວຈະໄດ້ໄປຜ່ານເຂດຕົວເມືອງທີ່ຄັບຄາໜ້າແໜ້ນ, ຟົດຟື້ນ ຕະຫຼອດຮອດເຂດຊົນນະບົດທີ່ສະຫງົບງຽບ. ບໍ່ພຽງແຕ່ເທົ່ານັ້ນ, ໃນການເດີນທາງ, ແຂກໂດຍສານຈະໄດ້ຊົມທິວທັດທຳມະຊາດຂອງ ຫວຽດນາມ ມີທັງພູຜາປ່າໄມ້ທີ່ຂຽວອຸ່ມທຸ່ມ ແລະ ທັງເຂດນ່ານຟ້າ, ທະເລທີ່ສວຍສົດງົດງາມ. ຫວັງວ່າ ເພື່ອນ ຈັນເພັງ ຈະຍາດໂອກາດມາ ຫວຽດນາມ ແລະ ໄດ້ເດີນທາງໃນເສັ້ນທາງລົດໄຟ ເໜືອ - ໃຕ້ ນີ້ເດີ.








