• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຣິ​ກາ ສືບຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ COVID-19

ໃນສະພາບການທີ່ໂລກລະບາດອັກເສບປອດ COVID-19 ທີ່ເກີດຈາກໄວຣັດ SARS-CoV-2 ຍັງມີການຜັນແປອັນສັບສົນ ແລະ ແຜ່ລະບາດຢ່າງແຮງໃນໂລກນັ້ນ, ຫຼາຍປະເທດເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ ໄດ້ຮີບເຮັ່ງຜັນຂະຫຍາຍບັນດາມາດຕະການສະກັດກັ້ນໂລກລະບາດ. 

ພາລະກອນການແພດເຮັດວຽກຢູ່ໂຮງໝໍທີ່ແຂວງ Blida, Algeria (ພາບ :THX/TTXVN)

ຕອນບາຍວັນທີ 12 ມີນາ, ທ່ານປະທານາທິບໍດີ Algeria Abdelmadjid Tebboune ໄດ້ອອກລັດຖະດຳລັດວ່າດ້ວຍການປິດປະຕູບັນດາຮາກຖານການສຶກສາໂດຍຊົ່ວຄາວ ນັບແຕ່ເວລາ 16 ໂມງຂອງວັນທີ 12 ມີນາຮອດວັນທີ 5 ເມສາ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ.

   ໃນວັນດຽວກັນ, ລັດຖະບານ ຊູດັງ ກໍ່ຕົກລົງຢຸດຕິການຂຸດຄົ້ນບັນດາຖ້ຽວບິນ ແລະ ປິດປະຕູເຂດຊາຍແດນທາງບົກທີ່ຕິດກັບ ອີຢີບ ໂດຍຊົ່ວຄາວ ເພື່ອສະກັນກັ້ນ ໄວຣັດ SARS-CoV-2. ຕາມນັ້ນແລ້ວ, ບັນດາຖ້ຽວບິນຈາກຈີນ, ອີຕາລີ, ອີຣານ, ແອດສະປາຍ, ຍີ່ປຸ່ນ, ອີຢີບ ຈະຢຸດຕິການຂູດຄົ້ນໂດຍຊົ່ວຄາວ ນັບແຕ່ວັນທີ 12 ມີນາ ຈົນຮອດເວລາມີຂໍ້ຕົກລົງສະບັບໃໝ່ຈາກສະພາລັດຖະມົນຕີ.

       ຢູ່ Israel, ກ່າວຄຳເຫັນໃນການປະຊຸມຂ່າວທີ່ Jerusalem ເມື່ອວັນທີ 12 ມິນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ປະກາດວ່າ ປະເທດນີ້ຈະປິດປະຕູບັນດາໂຮງຮຽນ, ມະຫາວິທະຍາໄລ ເພື່ອຈຳກັດການແຜ່ລາມຂອງໂລກລະບາດ COVID-19.

 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top