• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ນັກ​ຂ່າວ​ໜຸ່ມ ແລະ ຊາວ​ໜຸ່ມ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ

ຕອນເຊົ້າວັນທີ 7 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນການໂອ້ລົມສົນທະນາ ກ່ຽວກັບບົດບາດຂອງບັນດານັກຂ່າວໜຸຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ນຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ, ໂດຍມີການເຂົ້າຮ່ວມຂອງ ນັກຂ່າວໜຸ່ມ 120 ຄົນ ທີ່ມາຈາກສອງປະເທດ ຫວຽດນາມ ແລະ ກຳປູເຈຍ.

ການໂອ້ລົມສົນທະນາ ກ່ຽວກັບບົດບາດຂອງບັນດານັກຂ່າວໜຸຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ນຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ (ພາບ:mic.gov.vn/)

ກ່າວຄຳເຫັນໄຂ ການໂອ້ລົມສົນທະນາ, ທ່ານ ຮ່ວາງວິງບ໋າວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເນັ້ນໜັກວ່າ: ໃນຊຸມປີທີ່ຜ່ານມາ, ໂດຍອີງໃສ່ທິດນຳ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການປັບປຸງ ແລະ ເພີ່ມທະວີ ຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີຄວາມແທດຈິງ ແລະ ບັນລຸໄດ້ໝາກຜົນທີ່ດີງາມ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ໄດ້ດຳເນີນໄປຢ່າງເລິກເຊິ່ງກ້ວາງຂວາງ ໃນທຸກດ້ານ, ຫວຽດນາມ ແລະ ກຳປູເຈຍ ແມ່ນສະມາຊິກຂອງ ຫຼາຍອົງການຈັດຕັ້ງສາກົນ, ປະກອບສ່ວນໜ້າທີ່ຄວາມຮັບຜິດຊອບເພື່ອພ້ອມກັນກໍ່ສ້າງ ໂລກໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top