
ໃນຕອນເຊົ້າວັນທີ 31 ພຶດສະພາ, ໂຮງໝໍສູນກາງເຫ້ວ ໄດ້ຈັດພິທີນຳສົ່ງຄະນະປະຕິບັດງານຂອງໂຮງໝໍ ໄປເພີ່ມກຳລັງແຮງຊ່ວຍ ແຂວງບັກຢາງ. ຄະນະລວມມີ 18 ຄົນ ໂດຍທ່ານ ປ.ອ ຫງວຽນແທັງຊວັນ, ຮອງຫົວໜ້າໂຮງໝໍສູນກາງເຫ້ວ ເປັນຫົວໜ້າຄະນະ. ຢູ່ແຂວງບັກຢາງ, ຄະນະປະຕິບັດງານຈະປະຕິບັດໜ້າທີ່ ໂດຍຫົວໜ້າໜ່ວຍງານປະຈຳການໜູນຊ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ, ຈະຮັບຜິດຊອບໂຮງໝໍກາງສະໜາມແຫ່ງໜຶ່ງ ຫຼື ຈະສົມທົບປະສານງານກັບບັນດາໜ່ວຍງານຕ່າງໆ.
ໃນວັນທີ 30 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ກໍ່ໄດ້ຈັດຕັ້ງພິທີສົ່ງທ່ານໝໍ 3 ຄົນ, ພະຍາບານ 7 ຄົນ ໄປຍັງແຂວງບັກຢາງ ເພື່ອໜູນຊ່ວຍການປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19. ນີ້ແມ່ນກຳລັງຫຼັກແຫຼ່ງ, ມີປະສົບການ ໃນວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ມີອາການເຈັບໜັກ ຢູ່ນະຄອນດ່ານັ້ງ.
ຕອນເຊົ້າວັນທີ 31 ພຶດສະພາ, ຄະນະປະຕິລັດງານແຂວງ ອຽນບ໊າຍ: ລວມມີທ່ານໝໍ 6 ຄົນ, ພະນັກງານການແພດ ໄດ້ເດີນທາງໄປໜູນຊ່ວຍແຂວງບັກນິງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ໄລຍະເວລາ ຄະນະປະຕິບັດງານ ຈະໜູນຊ່ວຍແຂວງບັກນິງ ແມ່ນ 30 ວັນ, ນັບແຕ່ວັນທີ 31 ພຶດສະພາ.
ກ່ອນໜ້ານັ້ນ, ແຂວງ ອຽນບ໊າຍ ໄດ້ຈັດສົ່ງ 2 ຄະນະປະຕິບັດງານ ລວມມີແພດໝໍ,ພະຍາບານ, ພະນັກງານການແພດ 35 ຄົນ ເພື່ອໜູນຊ່ວຍໃຫ້ແກ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ແຂວງບັກຢາງ.
(ແຫຼ່ງຄັດຈາກ VOV)