ຂ່າວສານ
ບັນດາກົມກອງກອງທັບ ປະຕິບັດສຳເລັດໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ໄດ້ເປັນຢ່າງດີ
ຕອນເຊົ້າວັນທີ 16 ຕຸລາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບອາຍຸການເຄື່ອນໄຫວຢູ່ຄະນະຮັກສາສັນຕິພາບ ສປຊ ຂອງ ກອງທະຫານຊ່າງແສງເລກ 2 ແລະ ໂຮງໝໍກາງສະໜາມ ຂັ້ນ 2 ເລກທີ 5. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບທາງໄກ ໂດຍມີ 2 ຈຸດເຊື່ອມຕໍ່ລະຫວ່າງກົມຮັກສາສັນຕິພາບ ຫວຽດນາມ (ຮ່າໂນ້ຍ) ແລະ ໂຮງໝໍການແພດກອງທັບ 175 (ນະຄອນ ໂຮ່ຈີມິນ).
ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ໄດ້ຕີລາຄາສູງຕໍ່ຜົນການປະຕິບັດໜ້າທີ່ຂອງກອງທະຫານຊ່າງແສງເລກ 2 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກທີ 5 ໃນອາຍຸການເຄື່ອນໄຫວຜ່ານມາ. ທ່ານພົນໂທ ຟຸ່ງສີເຕິ໊ນ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍຕາມພັນທະ, ໜ້າທີ່ສືບຕໍ່ສົມທົບ, ໜູນຊ່ວຍກົມຮັກສາສັນຕິພາບ ຫວຽດນາມ ໃນການປະຕິບັດບັນດາໜ້າທີ່ຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບໃນໄລຍະຈະມາເຖິງ.