• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ຈະ​ສ້າງ​ເຂດ​ພັດ​ທະ​ນາ​ໃໝ່ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ການ​ໄປ​ມາ

ຕອນເຊົ້າວັນທີ 09 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 22 ຄະນະຊີ້ນຳແຫ່ງລັດກ່ຽວກັບບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ໃນກອງປະຊຸມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈິ່ນຮົ່ງມິງ ໃຫ້ຮູ້ວ່າ ຕາມແຜນການແລ້ວ, ຮອດທ້າຍປີນີ້ ຈະກໍ່ສ້າງສ່ຳເລັດເສັ້ນທາງຄວາມໄວສູງລວມຄວາມຍາວກວ່າ 3.800 ກິໂລແມັດ. ຄາດວ່າ ຮອດວັນທີ 19 ທັນວາ ຈະກໍ່ສ້າງສຳເລັດເສັ້ນທາງແຄມທະເລ ດ້ວຍຄວາມຍາວເກືອບ 3.200 ກິໂລແມັດ. ດ້ວຍທ່າອາກາດສະຍານສາກົນລອງແທ່ງ, ຈະກໍ່ສ້າງສຳເລັດບັນດາໂຄງການຍ່ອຍເພື່ອຜັນຂະຫຍາຍການບິນເຕັກນິກ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

        “ບັນດາກິດຈະກຳດັ່ງກ່າວ, ໂດຍສະເພາະແມ່ນພາຍຫຼັງກໍ່ສ້າງສຳເລັດ ຈະສ້າງມູນຄ່າເພີ່ມໃໝ່ໃຫ້ແກ່ທີ່ດິນ, ສ້າງເຂດພັດທະນາໃໝ່, ອຳນວຍຄວາມສະດວກໃຫ້ການໄປມາຂອງປະຊາຊົນ. ພ້ອມດຽວກັນນັ້ນ, ກໍ່ປະຢັດຄ່າໃຊ້ຈ່າຍປະຢັດເວລາ, ຄ່າເດີນທາງ, ຄ່ານ້ຳມັນ, ຕົ້ນທຶນໃຫ້ແກ່ຜະລິດຕະພັນ, ເພີ່ມລັກສະນະແກ້ງແຍ້ງ”.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top