• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ ປີ​ແມວ 2023 ຢູ່ ຮ່າ​ໂນ້ຍ

ເພື່ອຮັບໃຊ້ບຸນເຕັດ ປີແມວ 2023, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ປະດັບປະດາ, ພາບລະດົມກຳລັງໃຈ ເພື່ອແນໃສ່ສ້າງບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນນະຄອນຫຼວງ.

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 412 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດໃນໂລກຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ... ໃນນັ້ນ, ມີທ່ານຜູ້ຟັງລາວຫຼາຍຄົນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ແບ່ງປັນຄວາມສົນໃຈກ່ຽວກັບປີໃໝ່ປະຈຳຊາດ ຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ, ກໍ່ຄືຕອບບາງຄຳຖາມຂອງທ່ານຜູ້ຟັງທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ. ເຊີນທ່ານຕິດຕາມ ຮັບຟັງ.

ໃນຈົດໝາຍຂອງເພື່ອນ Sutomo ຢູ່ ອິນໂດເນເຊຍ ມີຕອນຂຽນວ່າ: ຂ້າພະເຈົ້າໄດ້ຮັບຟັງບັນດາລາຍທີ່ ໜ້າຈັບໃຈ ແລະ ມີຂໍ້ມູນທີ່ເປັນປະໂຫຍດຂອງພວກເພື່ອນ ຜ່ານສະຖານີວິທະຍຸກະຈາຍສຽງ ຫວຽດນາມ. ທຸກໆລາຍການລ້ວນແຕ່ມ່ວນຫຼາຍ. ຂ້າພະເຈົ້າ ແລະ ໝູ່ເພື່ອນໃນສະໂມສອນຮັບຟັງວິທະຍຸຢູ່ ອິນໂດເນເຊຍ ຂໍອວຍພອນໃຫ້ບັນນາທິການຂອງ ລາຍການພາສາ ອິນໂດເນເຊຍ ແລະ ໝູ່ຄະນະ VOV ປີໃໝ່ 2023 ຈົ່ງມີຄວາມຜາສຸກ.

ເພື່ອນ Algerie Omar Lassas ໄດ້ສົ່ງຈົດໝາຍມາ VOV5 ໂດຍແບ່ງປັນວ່າ: “ຂ້າພະເຈົ້າຂໍຂອບໃຈຕໍ່ຄວາມມານະພະຍາຍາມຂອງ ພວກເພື່ອນໃນຕະຫຼອດ 1 ປີທີ່ຜ່ານມາ ເພື່ອໃຫ້ຜູ້ຟັງ ຮູ້ຈັກ ຫວຽດນາມ ຫຼາຍກ່ວາອີກ”

ຈາກກູບາ, ເພື່ອນ Mery Donalds ໄດ້ຂຽນວ່າ:  “ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວອບຄົວທີ່ປອງດອງກົມກຽວ, ສັງຄົມມີຄວາມສາມັກຄີ ແລະ ສະຫງົບສຸກ. ຫວັງວ່າ ປີ 2023 ແມ່ນປີພວກເຮົາພ້ອມກັນດຳລົງຊີວິດໃນຄວາມສະຫງົບສຸກ ແລະ ປະເທດຊາດ ມີຄວາມວັດທະນາຖາວອນກ່ວາອີກ. ຫວັງວ່າ ໂລກ ຈະບໍ່ມີສົງຄາມ ແລະ ບໍ່ມີໄພອຶດຫິວ, ມີຄວາມສະເໝີພາບ, ຢຸດຕິການກົດຂີ່ຂູດຮີດລະຫວ່າງຊົນຊາດຕ່າງໆ, ຢຸດຕິການຈຳແນກເຊື້ອຊາດຜິວພັນ ແລະ ທາລຸນຂົ່ມເຫັງ”

ທ່ານຜູ້ຟັງທີ່ເຄົາລົບ ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳອວຍພອນປີໃໝ່ຂອງບັນດາທ່ານທີ່ສະຫງວນໃຫ້ແກ່ VOV. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອສ້າງລາຍການ, ຄໍລຳມ່ວນໆຫຼາຍກ່ວາ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້VOV5 ເວົ້າລວມ ແລະ ລາຍການພາກພາສາ ລາວ  ເວົ້າສະເພາະ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ ຜູ້ອ່ານກ່ວາອີກ ຂໍຂອບໃຈ.

ເພື່ອນ ພັນຄຳ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າ ະເຈົ້າຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ ຕົ້ນຂຶ້ນແຕ່ມື້ໃດຮອດມື້ໃດ ແລະ ຢາກຮູ້ບາງຈຸດກ່ຽວກັບບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໄດ້ບໍ ?

 ເພື່ອນ ພັນຄຳ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມຕາມປົກກະຕິແລ້ວແມ່ນຈະເລີ່ມແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ພະນັກງານ, ພາລະກອນພັກບຸນປີໃໝ່ແມ່ນ 7 ວັນ ເລີ່ມແຕ່ ວັນທີ 20 ມັງກອນ ຫາວັນທີ 26 ມັງກອນ ຕາມສຸລິຍະປະຕິທິນ. ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ແລະ ໄປຢື້ຢາມຖາມຂ່າວເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດກໍ່ຈະມີການຄະລຳຄຳແຄະ. ເພື່ອຢາກມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໄດ້ໃນເວັບໄຊ vovworld.vn. ເພາະວ່າ ຕາມປົກກະຕິແລ້ວ ໃນໂອກາດບຸນເຕັດ ພວກຂ້າພະເຈົ້າລ້ວນແຕ່ມີບົດຂຽນກ່ຽວກັບຮີດຄອງປະເພນີຂອງຊາວ ຫວຽດນາມ ໃນການຕ້ອນຮັບບຸນເຕັດ.

ເພື່ອນບຸນຄົງ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ ປີແມວ 2023 ຢູ່ ຮ່າໂນ້ຍ?

  ການວາງສະແດງພາບແຕ້ມຢູ່ພະລາຊາວັງ ທັງລອງ, ຮ່າໂນ້ຍ (ພາບ: hanoimoi.com.vn)  

ເພື່ອນບຸນຄົງ ທີ່ຮັກແພງ! ເພື່ອຮັບໃຊ້ບຸນເຕັດ ປີແມວ 2023, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ປະດັບປະດາ, ພາບລະດົມກຳລັງໃຈ ເພື່ອແນໃສ່ສ້າງບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນນະຄອນຫຼວງ.

ມີ ຫົວໜ່ວຍສະແດງສິລະປະ 7 ແຫ່ງຂອງ ຮ່າໂນ້ຍລວມມີ: ໂຮງລະຄອນຂັບແຈ່ວ ຮ່າໂນ້ຍ, ໂຮງລະຄອນຂັບ ກ໋າຍເລືອງ ຮ່າໂນ້ຍ, ໂຮງລະຄອນ ຮ່າໂນ້ຍ, ໂຮງລະຄອນສັດ ແລະ ສິລະປະການສະແດງກາຍຍະສິນ ຮ່າໂນ້ຍ, ໂຮງລະຄອນຟ້ອນຕຸກກະຕາ ທັງລອງ, ໂຮງລະຄອນຟ້ອນ ດົນຕີ ທັງລອງ, ສູນວັດທະນະທຳ ນະຄອນ ໄດ້ ທຳການສະແດງ 14 ຕອນ ໃນວັນທີ 21 ມັງກອນ (ກົງກັບວັນທີ 30 ບຸນເຕັດ) ແລະ ຕອນຄ່ຳວັນທີ 2 ມັງກອນ ເພື່ອ ສະເຫຼີມສະຫຼອງ  93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.

ການເຄື່ອນໄຫວກິລາໄດ້ດຳເນີນໄປດ້ວຍການແຂ່ງຂັນຊ່ວງເຮືອຮ່າໂນ້ຍ ເປີດກວ້າງ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່” ຢູ່ເຂດໜອງໂຮ່ເຕິຍ, ຄາດວ່າຈະດຳເນີນໃນວັນທີ 5 ກຸມພາ, ການແຂ່ງຂັນ ມວຍປ້ຳພື້ນເມືອງ ນະຄອນຮ່າໂນ້ຍ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່” ຢູ່ສູນເມືອງ ດານເຟືອງ ນັບແຕ່ວັນທີ 6 – 8 ມັງກອນ.

 ຢູ່ບັນດາສະຖານທີ່ປູຊະນີຍະສະຖານຂອງ ຮ່າໂນ້ຍ ກໍ່ໄດ້ດຳເນີນຫຼາຍການເຄື່ອນໄຫວຕ້ອນຮັບບຸນເຕັດປີແມວ 2023 ຄື: ເຂດປູຊະນີຍະສະຖານວັນໝຽວ - ກວັກຕືຢາມ ໄດ້ດຳເນີນວັນບຸນຂຽນຕົວໜັງສືຂໍພອນລະດູບານໃໝ່, ງານວາງສະແດງວັນໝຽວໃນເມື່ອກ່ອນ ແລະ ປັດຈຸບັນ…

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top