ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ພ້ອມກັບຜູ້ຮ່ວມຕຳແໜ່ງອິນເດຍ Jashankar ແລະ Rajnath ຢູ່ກອງປະຊຸມເຈລະຈາ 2+2 ຢູ່ອາເມລິກາຄັ້ງທີ 2

(ການນຳສອງປະເທດ ຢູ່ກອງປະຊຸມເຈລະຈາ 2+2 ລະຫວ່າງ ອິນເດຍ ແລະ ອາເມລິກາ (ພາບ: ANI)
ກອງປະຊຸມໄດ້ດຳເນີນໃນສະພາບການ ທັງ ອິນເດຍ ແລະ ອາເມລິກາ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍລວມຢ່າງຮີບດ່ວນ. ນັ້ນແມ່ນການພົວພັນທີ່ເຄັ່ງຕຶງ ກັບຈີນ, ພິເສດແມ່ນຫຼັງບັນດາການກະທຳຂອງປັກກິ່ງຢູ່ທະເລຕາເວັນອອກຫຼືການຄັດແຍ້ງກັນຢູ່ເຂດຊາຍແດນກັບອິນເດຍ. ທັງອິນເດຍ ແລະ ອາເມລິກາ ລ້ວນແຕ່ ມີຄວາມປາດຖະໜາຢາກເປີດກ້ວາງການຮ່ວມມືເພື່ອຊຸກຄວາມຍູ້ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ແລະ ໃນທົ່ວໂລກ.
ກ່ອນການເດີນທາງໄປຢ້ຽມຢາມອິນເດຍຂອງເຈົ້າໜ້າທີ່ ອາເມລິກາ ສອງທ່ານ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຢັ້ງຢືນ 4 ຫົວຂໍ້ເຊິ່ງຈະໄດ້ຍົກອອກຢູ່ກອງປະຊຸມຄັ້ງນີ້ແມ່ນ ການຮ່ວມມືຄວາມໝັ້ນຄົງໃນພາກພື້ນ, ແບ່ງປັນຂໍ້ມູນຂ່າວສານດ້ານປ້ອງກັນຊາດ, ການພົວພັນແລກປ່ຽນລະຫວ່າງ ສອງກອງທັບ ແລະ ການຄ້າ - ປ້ອງກັນຊາດ. ຄຽງຄູ່ກັນນັ້ນ, ການຮ່ວມມືພັດທະນາວັກຊິນ ແລະ ການຮັບມືກັບໂລກລະບາດ ໂຄວິດ - 19 ຈະແມ່ນເນື້ອໃນສຳຄັນໜຶ່ງ ທີ່ຈະໄດ້ປຶກສາຫາລືທີ່ການເຈລະຈາ 2+2 ອິນເດຍ - ອາເມລິກາ.
(ແຫຼ່ງຄັດຈາກ VOV)