• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຮ້ານສັບພະສິນຄ້າເພີ່ມຈຳນວນສິນຄ້າຂຶ້ນທົບ 2 - 3 ເທົ່າ

      ໃນຊຸມມື້ຜ່ານມາ, ຈຳນວນລູກຄ້າມາຊື້ສິນຄ້າໄດ້ເພີ່ມຂຶ້ນ ແຕ່ບໍ່ຫຼາຍ, ປະຈຸບັນແຫຼ່ງສະໜອງສິນຄ້າຢູ່ຕາມຮ້ານຂ້າຍສິນຄ້າຂອງບັນດາຮ້ານສັບພະສິນຄ້າກໍ່ສາມາດຕອບສະໜອງຕາມຄວາມຕ້ອງການໄດ້.

ບັນດາວິສາຫະກິດໄດ້ເປັນເຈົ້າການເພີ່ມປະລິມານສິນຄ້າສະສົມຂຶ້ນທົບ 2 – 3 ເທົ່າ ເມື່ອທຽບໃສ່ກ່ອນນີ້
(ພາບ: hanoimoi.com)
      ບັນດາວິສາຫະກິດ, ຕົວແທນຈຳໜ່າຍສິນຄ້າໄດ້ປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ; ເພີ່ມທະວີບັນດາມາດຕະການຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ປະຊາຊົນ, ພ້ອມທັງປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ… ນີ້ແມ່ນຄຳສັ່ງຊີ້ນຳຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໂດ້ທັ໊ງຫາຍ ທີ່ການເຮັດວຽກກັບລະບົບຮ້ານສັບພະສິນຄ້າ Co.opmart ແລະ BigC ຢູ່ຮ່າໂນ້ຍ ກ່ຽວກັບວຽກງານຮັບປະກັນການສະໜອງສິນຄ້າທີ່ຈຳເປັນ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ໃນວັນທີ 02 ສິງຫາ.
        ບົດລາຍງານຂອງຜູ້ຕາງໜ້າຮ້ານສັບພະສິນຄ້າ Co.opmart ແລະ BigC ໃຫ້ຮູ້ວ່າ, ໃນຊຸມມື້ຜ່ານມາ, ຈຳນວນລູກຄ້າມາຊື້ສິນຄ້າໄດ້ເພີ່ມຂຶ້ນ ແຕ່ບໍ່ຫຼາຍ, ປະຈຸບັນແຫຼ່ງສະໜອງສິນຄ້າຢູ່ຕາມຮ້ານຂ້າຍສິນຄ້າຂອງບັນດາຮ້ານສັບພະສິນຄ້າກໍ່ສາມາດຕອບສະໜອງຕາມຄວາມຕ້ອງການໄດ້. ບັນດາວິສາຫະກິດໄດ້ເປັນເຈົ້າການເພີ່ມປະລິມານສິນຄ້າສະສົມຂຶ້ນທົບ 2 – 3 ເທົ່າ ເມື່ອທຽບໃສ່ກ່ອນນີ້ ເພື່ອຮັບປະກັນການສະໜອງສິນຄ້າໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top