• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສິ່ງພິມ ກ່ຽວກັບປະທານ ໂຮ່ຈີມິນ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ

      ເພື່ອເປັນການສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ວັນທີ 2 ກັນຍາ   ໃນໄລຍະທີ່ຜ່ານມາ ບັນດາສຳນັກພິມໄດ້ສະເໜີຕໍ່ຜູ້ອ່ານບັນດາສິ່ງພິມ ກ່ຽວກັບປະທານ ໂຮ່ຈີມິນ ແລະ ການປະຕິວັດເດືອນ ສິງຫາ, ວັນຊາດ ຫວຽດນາມ ວັນທີ 2 ກັນຍາ. ນີ້ລ້ວນແຕ່ແມ່ນບັນດາເອກະສານອັນລ້ຳຄ່າ ກ່ຽວກັບປະຫວັດສາດ ມີຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງສູງ, ປຸກລຸກນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈແຫ່ງຊາດຂອງຊາວ ຫວຽດນາມ ແຕ່ລະຄົນ.

ບັນດາສິ່ງພິມ ກ່ຽວກັບປະທານ ໂຮ່ຈີມິນ  
      ກ່ອນນີ້ 75 ປີພາຍຫຼັງການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ, ໃນລະດູໃບໄມ້ຫຼົ່ນປະຫວັດສາດ,  ວັນທີ 2 ກັນຍາ ປີ 1945 ຢູ່ສະໜາມຫຼວງ ບາດິ່ງ ຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ເຊິ່ງໄດ້ຖະແຫຼງຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ  ແລະ ມວນມະນຸດໃນທົ່ວໂລກວ່າ: ນັບແຕ່ນີ້ເປັນຕົ້ນໄປ ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດໄດ້ຮັບການສະຖາປະນາ. ຖະແຫຼງການປະກາດເອກະລາດອະມະຕະ ໄດ້ເປີດສັງກາດໃໝ່ໃຫ້ແກ່ປະເທດຊາດ ເຊິ່ງແມ່ນສັງກາດເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ”. 
    ດ້ວຍຫົວຂໍ້ “ຈົດຈຳກົກເຄົ້າເຫງົ້າກໍ - ຄວາມເອກອ້າງທະນົງໃຈແຫ່ງຊາດ -  ຮ່ວມສຳພັນພັດທະນາປະເທດຊາດ”, ງານວາງສະແດງປຶ້ມທາງອອນລາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ໄດ້ຖືກຈັດຂຶ້ນແຕ່ວັນທີ 1 ກັນຍາ ຫາ ວັນທີ 15 ກັນຍາ ດ້ວຍລະຫັດທາງອິນເຕີເນັດ book365.vn . ພິເສດໃນງານວາງສະແດງຄັ້ງນີ້ ກໍ່ມີເຂດວາງສະແດງສະເພາະ ກ່ຽວກັບບັນດາບົດປະພັນ ໂດຍປະທານ ໂຮ່ຈີມິນ ເປັນຜູ້ແຕ່ງ ນັ້ນແມ່ນປຶ້ມອ່ານ 5 ຫົວ ເຊັ່ນ: ເສັ້ນທາງປະຕິວັດ, ປຶ້ມບັນທຶກປະຈຳວັນໃນຄຸກ, ຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ, ຄຳຮຽກຮ້ອງປະຊາຊົນ ແລະ ນັກຮົບໃນທົ່ວປະເທດ ແລະ ຄຳພິໄນກຳຂອງປະທານ ໂຮ່ຈີມິນ. ທ່ານ ຫງວຽນງວຽນ ຫົວໜ້າກົມພິມຈຳໜ່າຍ, ການພິມ ແລະ ຈຳໜ່າຍ - ກະຊວງຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ: 
    “ຊຸດປຶ້ມອ່ານປະກອບດ້ວຍ 5 ຫົວທີ່ດີເດັ່ນ ໄດ້ຮັບຖືວ່າແມ່ນຂອງປະເສີດແຫ່ງຊາດ. ພວກຂ້າພະເຈົ້າໄດ້ເລືອກເອົາບັນດາບົດປະພັນດີເດັ່ນທີ່ສຸດ ນຳມາວາງສະແດງ.  ພ້ອມກັນນັ້ນ ພວກເຮົາສືບຕໍ່ຍູ້ແຮງບັ້ນເຄື່ອນໄຫວຮ່ຳຮຽນເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ”. 
   ເພື່ອເປັນການສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄຶວັນທີ 19 ພຶດສະພາ, ສຳນັກພິມຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັບບັນດານັກວິທະຍາສາດ ນັກຄົ້ນຄວ້າ ໄດ້ບັນນາທິການ ແລະ ໃຫ້ພິມຈຳໜ່າຍຊຸດປຶ້ມກ່ຽວກັບປະທານ ໂຮ່ຈີມິນ ເຊິ່ງລວມມີ 6 ຫົວຄື: ໂຮ່ຈີມິນ - ສັນຍາລັກແຫ່ງຍຸກສະໄໝ - ແບບຢ່າງ ໂຮ່ຈີມິນ - ແກ້ວປະເສີດຂອງທຸກໆຄອບຄົວ; ຮ່ຳຮຽນຕາມແບບຢ່າງ ໃນການເຮັດວຽກ ແລະ ຮ່ຳຮຽນຕະຫຼອດຊີວິດ ຂອງປະທານ ໂຮ່ຈີມິນ; ແນວຄິດ ໂຮ່ຈີມິນ ກ່ຽວກັບຄວາມສາມັກຄີສາກົນ ໃນການປະຕິວັດປົດປ່ອຍຊາດ;  ໂຮ່ຈີມິນ - ສີສັນວັດທະນະທຳ ຫວຽດນາມ; ເຄິ່ງສະຕະວັດແຫ່ງວັນນະຄະດີ ກາບກອນ ໂຮ່ຈີມິນ. ປຶ້ມອ່ານແຕ່ລະຫົວ ລ້ວນແຕ່ເລີ່ມມາຈາກຄວາມເຄົາລົບນັບຖືຂອງຜູ້ແຕ່ງ ທີ່ມີຕໍ່ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ. ທ່ານ ຮອງສາສາດສະດາຈານ. ປອ. ເລດິ່ງກຸກ ຜູ້ຮຽບຮຽງປຶ້ມ “ໂຮ່ຈີມິນ - ສີສັນວັດທະນະທທຳ ຫວຽດນາມ” ໄດ້ເປີດເຜີຍວ່າ:
       “ ຂ້າພະເຈົ້າໄດ້ສະຫງວນເວລາຫຼາຍ ເພື່ອຄົ້ນຄວ້າກ່ຽວກັບຫົວເລື່ອງກ່ຽວກັບປະທານ ໂຮ່ຈີມິນ. ຂ້າພະເຈົ້າມີຄວາມໂຊກດີທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ແຂວງ ເງະອານ ເຊິ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ. ດັ່ງນັ້ນຂ້າພະເຈົ້າສາມາດແບ່ງປັນທຸກສິ່ງໃນຊີວິດຂອງເພິ່ນ ເປັນຕົ້ນແມ່ນທາງດ້ານວັດທະນະທຳ”. 
    ໃນມໍ່ໆມານີ້, ສຳນັກພິມການເມືອງແຫ່ງຊາດ ສຶ້ເຖິ້ດ ໄດ້ປະກາດປຶ້ມທີ່ພິມຈຳໜ່າຍຄັ້ງທີໜຶ່ງໃນປີ 2020 ໃນນັ້ນມີປຶ້ມຫຼາຍຫົວ ກ່ຽວກັບຂົງເຂດການເມືອງ, ທິດສະດີ, ກົດໝາຍ ແລະ ແນວຄິດ ໂຮ່ຈີມິນ. ເປັນໜ້າສົນໃຈແມ່ນປຶ້ມພາບສອງພາສາ ຫວຽດ - ອັງກິດ “ໂຮ່ຈີມິນ - ສັນຍາລັກແຫ່ງສັນຕິພາບ, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ໂລກ”. ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບແຂວງ ເງະອານ ເກັບກຳຂໍ້ມູນ ແລະ ຮຽບຮຽງ. ທ່ານ ຟ້າມຈີແທັ່ງ ຜູ້ຮັກສາການອຳນວຍການ - ຫົວໜ້າບັນນາທິການສຳນັກພິມ ການເມືອງແຫ່ງຊາດ ສຶ້ເຖິ້ດ ໄດ້ເນັ້ນໜັກວ່າ:
    “ປະທານ ໂຮ່ຈີມິນ ໄດ້ແຕ່ງຄຳພິໄນກຳນັບແຕ່ປີ 1965 ຫາ ປີ 1969. ເນື້ອໃນຄຳພິໄນກຳ ໄດ້ຖືກເພິ່ນໃຊ້ຄວາມຄິດ ຊັ່ງຊາໂດຍລະອຽດ ແລະ ສັງລວມທັງໝົດຈາກວຽກງານສ່ວນຕົວຕະຫຼອດຮອດວຽກງານທີ່ສຳຄັນຍິ່ງ ຂອງປະເທດຊາດ ແລະ ປະຊາຊົນ. ຄຳພິໄນກຳໄດ້ສະແດງໃຫ້ເຫັນ ຈິດໃຈຄວາມຮັບຜິດຊອບ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນ ທີ່ມີຕໍ່ພັກ, ທີ່ມີຕໍ່ພາລະກິດຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ ແລະ ສ້າງສາປະເທດຊາດທີ່ມີຕໍ່ໄວໜຸ່ມ, ປະຊາຊົນທຸກຊັ້ນວັນນະ, ຂະບວນການຄອມມູນິດ ແລະ ກຳມະກອນສາກົນ”. 
      ປະທານ ໂຮ່ຈີມິນ, ການປະຕິວັດເດືອນ ສິງຫາ ປີ 1945, ວັນຊາດ ຫວຽດນາມ ວັນທີ 2 ກັນຍາ ແມ່ນບັນດາຫົວເລື່ອງທີ່ກວ້າງໃຫຍ່, ແມ່ນແຫຼ່ງບັນດານໃຈຢ່າງບໍ່ມີວັນສິ້ນສຸດ ເພື່ອໃຫ້ວົງການນັກສິລະປິນ ນັກປະພັນວັນນະຄະດີໄດ້ປະດິດຄິດແຕ່ງ. 75 ປີທີ່ຜ່ານມາ ໄດ້ມີປຶ້ມບໍ່ຈັກວ່າເທົ່າໃດຫົວທີ່ໄດ້ຂຽນກ່ຽວກັບບັນດາຫົວເລື່ອງນີ້ ແລະ ຍັງຈະມີປຶ້ມອ່ານທີ່ອຸດົມສົມບູນຫຼາຍຮູບຫຼາຍສີກວ່າອີກ ໃນຕະຫຼອດໄລຍະປະຫວັດສາດຂອງຊາດ ຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top