• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາວັດຖຸທີ່ລະນຶກເຕັມໄປດ້ວຍຄວາມອົບອຸ່ນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ຈີນ

      ເຮືອນອານຸສອນບັນດາມະຫາວິທະຍາໄລຫວຽດນາມ ຢູ່ຫວາຍຫຼິນ, ແຂວງ ກວາງຊີ, ປະເທດຈີນ ປະຈຸບັນພວມເກັບຮັກສາວັດຖຸພັນເກືອບ 100 ຢ່າງ, ພາບຖ່າຍຂອງບັນດາຄູອາຈານ ແລະ ນັກສຶກສາຫວຽດນາມ ລຸ້ນຕ່າງໆ ໃນໄລຍະຮ່ຳຮຽນຢູ່ຈີນ ໃນຊຸມປີ 50 – 70 ຂອງສະຕະວັດກ່ອນ. ບັນດາວັດຖຸພັນ, ພາບຖ່າຍດັ່ງກ່າວໄດ້ເປັນຂີດໝາຍທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ຈີນ.

(ບັນດາວັດຖຸທີ່ລະນຶກເຕັມໄປດ້ວຍຄວາມອົບອຸ່ນແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ຈີນ)
      ເຮືອນອານຸສອນບັນດາມະຫາວິທະຍາໄລຫວຽດນາມ ນອນໃນຂອບເຂດຂອງມະຫາວິທະຍາໄລສ້າງຄູກວາງຊີ ຢູ່ກວາຍຫຼິນ, ແຂວງກວາງຊີ, ປະເທດຈີນ. ດ້ວຍບັນດາແຖວຕົວໜັງສືຢູ່ຕາມກຳແພງຢູ່ປະຕູໂຂງທາງເຂົ້າເຮືອນອານຸສອນ ໄດ້ສະແດງໃຫ້ເຫັນວ່າ, ນີ້ແມ່ນໂຮງຮຽນບາງແຫ່ງຄື: ໂຮງຮຽນ ຫງວຽນວັນແບ໋, ໂຮງຮຽນ ວໍທິເຊົ໋າ, ໂຮງຮຽນຊົນເຜົ່າສູນກາງ… ຂອງຫວຽດນາມ ທີ່ຍົກຍ້າຍມາແຫ່ງນີ້, ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຄູອາຈານ ແລະ ນັກຮຽນໃນຊຸມປີ 50 – 70 ຂອງສະຕະວັດງກ່ອນ. ກໍ່ຍ້ອນມີການຊ່ວຍເຫຼືອຂອງປະເທດເພື່ອນມິດຈີນ, ບັນດາໂຮງຮຽນດັ່ງກ່າວໄດ້ບຳລຸງສ້າງພະນັກງານຂອງຫວຽດນາມ ກວ່າ 10.000 ຄົນໃນໄລຍະຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝລັ່ງ, ຕ້ານຈັກກະພັດອາເມລິກາ  ແລະ ພາຍຫຼັງການປົດປ່ອຍພາກໃຕ້ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ.
        ໂດຍເປີດສະຫຼອງກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2010), ເຮືອນອານຸສອນໄດ້ວາງສະແດງບັນດາວັດຖຸພັນ, ພາບຖ່າຍ… ທີ່ບັນທຶກໄວ້ໃນຊຸມປີທີ່ຮ່ຳຮຽນເຊິ່ງບໍ່ມີວັນທີ່ຈະຫຼົງລືມໄດ້ຂອງນັກຮຽນຫວຽດນາມ ລຸ້ນຕ່າງໆ. ອາຈານ ຢວານຈູງແຢວນ, ຫົວໜ້າເຮືອນທີ່ອານຸສອນ, ໃຫ້ຮູ້ວ່າ.
        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ເຮືອນອານຸສອນໄດ້ຕ້ອນຮັບບັນດາການນຳຂອງຫວຽດນາມ ມາຢ້ຽມຢາມເປັນຕົ້ນແມ່ນທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ທ່ານອະດີດຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ… ມີຫຼາຍຄົນໄດ້ຂຽນໃສ່ປື້ມບັນທຶກ ແລະ ສະແດງບັນດາອາລົມຈິດອັນດີງາມສຳລັບເຮືອນອານຸສອນ. ສະຖານທີ່ແຫ່ງນີ້ໄດ້ຮັກສາມູນເຊື້ອອັນດີງາມຂອງການພົວພັນລະຫວ່າງປະຊາຊົນ 2 ປະເທດໄວ້. ມັນມີປະໂຫຍດໃຫ້ແກ່ນັກຮຽນຂອງທັງ 2 ປະເທດ ເມື່ອຊອກຮູ້ກ່ຽວກັບປະຫວັດສາດທີ່ມີຄວາມໝາຍຫຼາຍຢ່າງນີ້”.

(ວັດຖຸທີ່ລະນຶກແຕ່ລະຢ່າງລ້ວນແຕ່ຕິດພັນກັບອານຸສອນທີ່ຕື້ນຕັນໃຈ)
      ອາຈານ ຢວານຈູງແຢວນ ໃຫ້ຮູ້ວ່າ, ວັດຖຸທີ່ລະນຶກແຕ່ລະຢ່າງລ້ວນແຕ່ຕິດພັນກັບອານຸສອນທີ່ຕື້ນຕັນໃຈ: “ມີຕັ່ງນັ່ງນ້ອຍໆທີ່ສະຫງວນໃຫ້ເດັກນ້ອຍຫວຽດນາມ ທີ່ຫາກໍມີອາຍຸໄດ້ 2- 3 ເດືອນ.ຍ້ອນເງື່ອນໄຂທາງສົງຄາມ, ພໍ່ແມ່ລ້ວນແຕ່ເຂົ້າຮ່ວມການຕໍ່ສູ້ ສະນັ້ນ ພວກນ້ອງນ້ອຍຈຶ່ງໄດ້ສົ່ງມາໂຮງຮຽນແຫ່ງນີ້ນັບແຕ່ຄາວຍັງນ້ອຍ. ປະຈຸບັນ, ມີຫຼາຍຄົນໄດ້ໄປຢ້ຽມຢາມໂຮງຮຽນ ແລະ ມີຄວາມຕື້ນຕັນໃຈເມື່ອໄດ້ເຫັນບັນດາວັດຖຸທີ່ທີ່ລະນຶກທີ່ຕິດພັນກັບຕົນເອງເປັນໜ້າຈົດຈຳ”.ອາຈານ ຢວານຈູງແຢວນ ກໍເລົ່າຄືນບັນດາອານຸກອນທີ່ມ່ວນຊື່ນກ່ຽວກັບານຮຽນ, ການກິນ, ການຢູ່, ການອອກແຮງງານ… ຂອງນັກຮຽນຫວຽດນາມໃນຄາວນັ້ນ. ມີຫຼາຍຄົນໃນຈຳນວນນັກຮຽນນັ້ນ ໄດ້ກາຍເປັນພະນັກງານການນຳຂັ້ນສູງຂອງລັດຖະບານຫວຽດນາມ.
        ສ່ວນອາຈານ ຫຼູໄໝແນນ, ເປັນຄູສອນຂອງມະຫາວິທະຍາໄລສ້າງຄູກວາງຊີ ຖືວ່າ, ໄລຍະເວລາທີ່ມີຄວາມເອກອ້າງທະນົງໃຈທີ່ສຸດໃນຊີວິດຂອງອາຈານແມ່ນເວລາທີ່ເຄີຍໄດ້ເຂົ້າຮ່ວມສິດສອນຢູ່ບັນດາໂຮງຮຽນຂອງຫວຽດນາມ ຢູ່ເຂດໂຮງຮຽນ, ຫໍພັກທີ່ແຂວງກວາງຊີ. ກໍຍ້ອນເຫດນັ້ນ, ມາຮອດປະຈຸບັນ, ເມື່ອເວລາຂຶ້ນຫ້ອງສອນແຕ່ລະເທື່ອ, ເຖິງວ່າສອນໃຫ້ນັກຮຽນຫວຽດນາມ ຫຼື ນັກຮຽນຈີນ ກໍ່ຕາມ, ອາຈານລ້ວນແຕ່ເລົ່າບັນດາເລື່ອງລາວທີ່ເປັນອານຸສອນລະຫວ່າງຄູ ແລະ ນັກຮຽນຫວຽດນາມ ແລະ ຈີນ ຢູ່ໂຮງຮຽນແຫ່ງນີ້ ເພື່ອເປັນການສ້າງແຫຼ່ງບັນດານໃຈ, ນ້ຳໃຈມິດຕະພາບ, ຄວາມສາມັກຄີ, ປະຫວັດສາດອັນສະໜິດແໜ້ນລະຫວ່າງ 2 ຊາດ.ສ່ວນອາຈານ ຫຼູໄໝແນນ, ໃຫ້ຮູ້ວ່າ.
        “ເຮືອນອານຸສອນຫຼັງນີ້ແມ່ນມີຄ່າທີ່ສຸດສຳລັບນັກສຶກສາຈີນ ແລະ ຫວຽດນາມ. ນັກຮຽນລຸ້ນປະຈຸບັນຫຼາຍຄົນເມື່ອຮູ້ຈັກສະຖານທີ່ແຫ່ງນີ້ກໍ່ລ້ວນແຕ່ມີຄວາມເອກອ້າງທະນົງໃຈ ທີ່ມີໄລຍະປະຫວັດສາດຫວຽດນາມ - ຈີນ ທີ່ເປັນໜ້າຈົດຈຳ ແລະ ເຫັນໄດ້ຄວາມຮັບຜິດຊອບຕ້ອງໄດ້ຮັກສາ, ພັດທະນາການພົວພັນອັນດີງາມນັ້ນ.”
        ເຮືອນອານຸສອນບັນດາໂຮງຮຽນຂອງຫວຽດນາມ ຢູ່ກວາງຊີ, ປະເທດຈີນ ບໍ່ພຽງແຕ່ແມ່ນແຫ່ງເກັບຮັກສາບັນດາພາບຖ່າຍ, ຂໍ້ມູນຂ່າວສານກ່ຽວກັບໄລຍະປະຫວັດສາດໄວ້ເທົ່ານັ້ນ, ຫາກສະຖານທີ່ແຫ່ງນີ້ຍັງໄດ້ກາຍເປັນເຮືອນມູນເຊື້ອ ທີ່ເກັບຮັກສາບັນດາຄວາມຊົງຈຳອັນດີງາມກ່ຽວກັບການພົວພັນລະຫວ່າງ 2 ຊາດໃນອະດີດຕະການ, ເຊິ່ງໄດ້ຊ່ວຍໃຫ້ນັກສຶກສາຂອງທັງ 2 ປະເທດ ມີຄວາມເຂົ້າໃຈ, ມີຄວາມເອກອ້າງທະນົງໃຈກ່ຽວກັບລຸ້ນພໍ່ລຸ້ນອ້າຍຂອງຕົນອີກດ້ວຍ. ນັບແຕ່ວັນສ້າງຕັ້ງເຮືອນອານຸສອນມາຮອດປະຈຸບັນ, ເຮືອນຫຼັງນີ້ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຊົມປະມານ 5 ໝື່ນເທື່ອຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top