• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາລາຍການສິລະປະສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຈ່ຈີມິນ

ລາຍການສະແດງສິລະປະ “ສຽງເພງລະດູບານໃໝ່ຖະຫວາຍແດ່ເພິ່ນ” ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ.

(ລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຊື່ວ່າ “ງາມທີ່ສຸດແມ່ນຊື່ຂອງເພິ່ນ”)

ລາຍການສະແດງສິລະປະ “ສຽງເພງລະດູບານໃໝ່ຖະຫວາຍແດ່ເພິ່ນ” ຖືກດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020). ເຂົ້າຮ່ວມລາຍການສະແດງສິລະປະພິເສດນີ້ມີທ່ານ ຫງວຽນຊວັນຟຸກ, ນາຍົກລັດຖະມົນຕີຫວຽດນາມ;  ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ; ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ…

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວ໊ານຊື໊, ຮ່າໂນ້ຍ, VOV ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຊື່ວ່າ “ງາມທີ່ສຸດແມ່ນຊື່ຂອງເພິ່ນ”. ເຂົ້າຮ່ວມລາຍການນີ້ມີທ່ານນາງ ຕ່ອງທິຟ໊ອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV. ລາຍການໄດ້ສະແດງໃຫ້ເຫັນຜ່ານບັນດາເລື່ອງລາວ, ຮູບເງົາເອກະສານທີ່ລ້ຳຄ່າ ແລະ ພິເສດແມ່ນຜ່ານບັນດາບົດເພງທີ່ມີຊື່ສຽງເຊິ່ງໄດ້ຮັບການສະແດງເປັນພິເສດ.

(ແຫຼ່ງຄັດຈາກ VOV)

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ເຖິງວ່າ ອີຢູ ຖືກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ແມ່ນ “ອົງການກໍ່ການຮ້າຍ” ກໍ່ຕາມ ແຕ່ສິ່ງດັ່ງກ່າວກໍ່ບໍ່ໝາກຄວາມວ່າ ແມ່ນການຍຸບເລິກການເຈລະຈາກັບ ເຕເຮຣານ.

Top