• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາມາດຕະການຂວ້ຳບາດໃໝ່ຂອງ ອາເມລິກາ ໄດ້ກໍ່ຜົນເສຍຫາຍນັບຕື້ USD ໃຫ້ແກ່ຂະແໜງທ່ອງທ່ຽວຂອງ ກູບາ

      ບັນດາມາດຕະການຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງ ອາເມລິກາ ທີ່ຈັດວາງສຳລັບ ກູບາ ໄດ້ກໍ່ຜົນເສຍຫາຍຫຼາຍກວ່າ 1,8 ຕື້ USD ສຳລັບຂະແໜງທ່ອງທ່ຽວຂອງ ກູບາ.
ແຂກມາທ່ອງທ່ຽວ La Habana, ກູບາ (ພາບ: AFP/TTXVN)
      ຄະນະຜູ້ຕາງໜ້າ ສປຊ  ປະຈຳ La Habana ຫາກໍປະກາດບົດລາຍງານ ເຊິ່ງໄດ້ຄິດໄລ່ໂດຍປະມານວ່າ ນັບແຕ່ເດືອນ ເມສາ 2019 ຫາເດືອນ ມີນາ ປີ 2020, ບັນດາມາດຕະການຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງ ອາເມລິກາ ທີ່ຈັດວາງສຳລັບ ກູບາ ໄດ້ກໍ່ຜົນເສຍຫາຍຫຼາຍກວ່າ 1,8 ຕື້ USD ສຳລັບຂະແໜງທ່ອງທ່ຽວຂອງ ກູບາ.
        ຕົວເລກດັ່ງກ່າວ ສ່ວນຫຼາຍແມ່ນໄດ້ຄິດໄລ່ຕາມບັນດາຜົນກະທົບຂອງມາດຕະການຕ່າງໆ ເຊິ່ງ ວໍຊີງຕັນ ຫາກໍຈັດວາງເພື່ອຕ້ານຄືນ La Habana ນັບແຕ່ປີ 2017 ສຳລັບການເຄື່ອນໄຫວໄປ-ມາ, ການບໍລິການ ແລະ ພະລາທິການ, ພິເສດແມ່ນການເພີ່ມທະວີການຄວບຄຸມຈຳກັດພົນລະເມືອງ ອາເມລິກາ ໄປຍັງ ກູບາ ແລະ ຄຳສັ່ງຫ້າມບັນດາຖ້ຽວບິນປະຈຳໄລຍະ ແລະ ຖ້ຽວບິນຮັບຈ້າງຕາມແຕ່ລະຖ້ຽວ ຈາກ ອາເມລິກາ ໄປຍັງ ກູບາ, ເວັ້ນເສຍແຕ່ສະໜາມບິນສາກົນ Jose Marti ຢູ່ນະຄອນຫຼວງ La Habana.  ອົງການຂຶ້ນກັບ ສປຊ ໄດ້ຄາດຄະເນວ່າ ຖ້າຫາກວ່າ ບໍ່ມີນະໂຍບາຍປິດລ້ອມ, ຂວ້ຳບາດ, ຈຳນວນແຂກທ່ອງທ່ຽວ ຈາກ ອາເມລິກາ ໄປຍັງ ກູບາ ຈະສາມາດບັນລຸຢ່າງໜ້ອຍສຸດແມ່ນ 2 ລ້ານເທື່ອຄົນ ຕໍ່ປີ, ໝາຍຄວາມວ່າ, ເວລານັ້ນ ອາເມລິກາ ຈະກາຍເປັນຕະຫຼາດທ່ອງທ່ຽວໃຫຍ່ທີ່ສຸດຂອງ ກູບາ. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top