• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ອາຊຽນ ປຶກສາຫາລືກ່ຽວກັບມາດຕະການ “ຟື້ນຟູການຮຽນ, ສ້າງລະບົບການສຶກສາຄືນໃໝ່”

ຕອນບ່າຍວັນທີ 16 ມີນາ, ພາຍຫຼັງຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ໄດ້ສົມທົບກັບ Cambridge Partnership for Education ແລະ ຄະນະເລຂາ ອາຊຽນ ຈັດຕັ້ງກອງປະຊຸມທາງໄກ ປຶກສາຫາລືກ່ຽວກັບມາດຕະການ “ຟື້ນຟູການຮຽນ, ສ້າງລະບົບການສຶກສາຄືນໃໝ່”.

  ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ

ເຂົ້າຮ່ວມການປຶກສາຫາລືທາງໄກ (ພາບ: VOV5)  

 ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ເນັ້ນໜັກວ່າ ກອງປະຊຸມຈະແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນປະສົບການຕົວຈິງກ່ຽວກັບວິວັດການຟື້ນຟູໃນຂົງເຂດການສຶກສາຂອງແຕ່ລະປະເທດ ແລະ ຂອງທັງປະຊາຄົມ. ພ້ອມດຽວກັນນັ້ນກໍເຊື່ອໝັ້ນວ່າ ການແບ່ງປັນໃນກອງປະຊຸມຄັ້ງນີ້ເປັນປະໂຫຍດຕໍ່ການໜູນຊ່ວຍບັນດາປະເທດໃນພາກພື້ນ ແລະ ຝ່າຍທີ່ກ່ຽວຂ້ອງສ້າງນະໂຍບາຍ ແລະ ພັດທະນາຂໍ້ລິເລີ່ມເພື່ອແນໃສ່ຟື້ນຟູ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ລະບົບການສຶກສາໃຫ້ຢູ່ໃນລະດັບຕ່ຳສຸດ.

ໃນກອງປະຊຸມດັ່ງກ່າວ, ລັດຖະມົນຕີການສຶກສາ ອາຊຽນ ພ້ອມກັນແລກປ່ຽນກ່ຽວກັບເລື່ອງຟື້ນຟູການຮຽນ, ການສອນ, ສ້າງລະບົບການສຶກສາຄືນໃໝ່ ດ້ວຍ 3 ຫົວເລື່ອງຕົ້ນຕໍ: ການຂາດຄວາມຮູ້ ແລະ ເພີ່ມທະວີການຮຽນ, ໄດ້ຮ່ຳຮຽນ ແລະ ສ້າງລະບົບການສຶກສາໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top