• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນຕ້ອງຮັກສາສິ່ງແວດລ້ອມທະເລ,ທ່າແຮງຂອງຫວຽດນາມແລະ4ແຂວງພາກກາງ

      ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ ນະຄອນ ດົງຮ່າ ແຂວງ ກວ໋າງຈີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສະຫລຸບການເຄື່ອນໄຫວຂອງຄະນະຊີ້ນຳກ່ຽວກັບບັນດາມາດຕະການເພື່ອສ້າງຄວາມເປັນປົກກະຕິໃຫ້ຊີວິດການເປັນຢູ່ ແລະ ການຜະລິດດຳເນີນທຸລະກິດຂອງປະຊາຊົນ 4 ແຂວງ ພາກກາງ ຖືກຜົນສະທ້ອນຈາກສິ່ງແວດລ້ອມທະເລນັບແຕ່ເດືອນ ເມສາປີ 2016.

ກອງປະຊຸມສະຫລຸບການເຄື່ອນໄຫວຂອງຄະນະຊີ້ນຳກ່ຽວກັບບັນດາມາດຕະການເພື່ອສ້າງຄວາມເປັນປົກກະຕິໃຫ້ຊີວິດການເປັນຢູ່
ແລະ ການຜະລິດດຳເນີນທຸລະກິດຂອງປະຊາຊົນ
4 ແຂວງ ພາກກາງ
(ພາບ: Vu Dung/VOV)
      ບົດລາຍງານທີ່ກອງປະຊຸມຊີ້ໃຫ້ເຫັນວ່າ ພາຍຫລັງເຫດກໍ່ມົນລະພິດສິ່ງແວດລ້ອມ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ບາງນະໂຍບາຍຢ່າງຮີບດ່ວນທັນການເພືື່ອຫນູນຊ່ວຍໃຫ້ປະຊາຊົນມີຊີວິດເປັນປົກກະຕິ, ຊີ້ນຳຟື້ນຟູການຜະລິດ, ສິ່ງແວດລ້ອມ. ມາຮອດປະຈຸບັນ ສິ່ງແວດລ້ອມທະເລໄດ້ຮັບການຟື້ນຟູແລ້ວ ແລະ ປະຊາຊົນ ຢູ່ແຄມທະເລ 4 ແຂວງດັ່ງກ່າວ ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ຜູ້ອຸປະໂພກມີຄວາມອຸ່ນອ່ຽນໃຈນຳໃຊ້ສິນທະເລ. ວຽກງານຊົດເຊີຍຄວາມເສຍຫາຍ, ຫນູນຊ່ວຍປະຊາຊົນຖືກຜົນສະທ້ອນເກືອບສຳເລັດ.
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີວ່າ:
        ທ້ອງຖິ່ນທັງໝົດຕ້ອງຮັກສາສິ່ງແວດລ້ອມ, ພິເສດ ແມ່ນສິ່ງແວດລ້ອມທະເລ, ແມ່ນທ່າແຮງຂອງຫວຽດນາມ ແລະ 4 ແຂວງພາກກາງ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄວນມີມາດຕະການ ແລະ ສະເຫນີແກ້ໄຂເພື່ອຮັບປະກັນສິ່ງແວດລ້ອມຂອງຫວຽດນາມ ເວົ້າລວມ ແລະ ສິ່ງແວດລ້ອມທະເລເວົ້າສະເພາະໄດ້ຮັບການຮັກສາຍາວນານ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top