ວັນທີ 26 ທັນວາ, ເວັບໄຊ businesstimes.com.sg (ສິງກະໂປ) ໄດ້ລົງບົດຂຽນໂດຍຖືວ່າ ກ້າວເຂົ້າສູ່ປີ 2026, ເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການຄ້າ ແລະ ພາສີອາກອນ, ເຖິງວ່າລະດັບເຕີບໂຕໃນປີນີ້ຈະໄດ້ຮັບການຮັກສາເປັນປົກຕິພໍສົມຄວນ ຍ້ອນມີການສົ່ງອອກ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການຫັນປ່ຽນລະບົບສະໜອງ, ແລະ ມີ 5 ທ່າອ່ຽງໃຫຍ່ພວມລໍຖ້າ ອາຊີຕາເວັນອອກສ່ຽງໃຕ້ ແລະ ກາລະໂອກາດໃຫ້ສຳລັບ ຫວຽດນາມ. ທ່ານນາງ Deepali Bhargava, ຫົວໜ້ານັກເສດຖະກິດພາກພື້ນ ອາຊີ - ປາຊີຟິກ ຂຶ້ນກັບກຸ່ມບໍລິສັດນາໆຊາດ ING, ໃຫ້ຂໍ້ສັງເກດວ່າ: ໄທ, ຟີລິບປິນ ແລະ ຫວຽດນາມ ຍັງໄດ້ຮັບຜົນປະໂຫຍດຈາກບັນດາຜົນກະທົບທີ່ຕັ້ງໜ້າ, ເຖິງວ່າຢູ່ລະດັບຕ່ຳກວ່າ ຍ້ອນຕ້ອງອີງໃສ່ການສົ່ງອອກທັນຍາຫານ ແລະ ຜະລິດຕະພັນກະເສດເປັນຕົ້ນ. ກ່ຽວກັບແຫຼ່ງທຶນ FDI, ບົດຂຽນໃຫ້ຂໍ້ສັງເກດວ່າ ໃນປີ 2025, ບັນດາດັດຊະນີ FDI ຍັງສືບຕໍ່ໄດ້ຮັບການປັບປຸງຢູ່ ຫວຽດນາມ, ມາເລເຊຍ ແລະ ໄທ ແລະ ຄາດຄະເນວ່າ ບັນດາບ້ວງເງິນລົງທຶນນີ້ຈະສືບຕໍ່ເພີ່ມຂຶ້ນໃນປີ 2026.







