• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຍາກາດຟົດຟື້ນຂອງການຜະລິດຍາມຕົ້ນປີໃໝ່

      ຕອນເຊົ້າວັນທີ 07 ກຸມພາ (ກົງກັບວັນທີ 3 ບຸນເຕັດຕາມຈັນທະປະຕິທິນ), ຢູ່ເທດສະບານເມືອງ ໂຟອຽນ, ແຂວງ ທ໊າຍງວຽນ, ໄດ້ຈັດພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019 ດ້ວຍຫົວຂໍ້ວ່າ “ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”.

ພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019
(ພາບ: TTXVN)
      ນີ້ແມ່ນງານບຸນລະດູບານໃໝ່ທຳອິດ, ເປີດສາກໃຫ້ແກ່ຄວາມມຸ່ງມາດປາດຖະໜາວ່າ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ການຜະລິດກະສິກຳໃນປີໄດ້ຮັບຜົນດີ.
        ງານບຸນກໍ່ປະກອບສ່ວນສຳຄັນເຂົ້າໃນການຍູ້ແຮງຂະແໜງການແຂ່ງຂັນຜະລິດ, ກໍ່ສ້າງຊົນນະບົດໃໝ່, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນຕັ້ງໜ້າແຂ່ງຂັນອອກແຮງງານ, ທຳການຜະລິດ, ຍູ້ແຮງວິວັດທະນາການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝໂດຍໄວ.
        ໃນຂະນະນັ້ນ, ໃນຊຸມມື້ຍາມຕົ້ນລະດູບານໃໝ່, ຊາວປະມົງຢູ່ນະຄອນດ່ານັ້ງ ກໍ່ເລີ່ມອອກສູ່ທະເລ ດ້ວຍຄວາມຫວັງໃນປີຈະຫາປາໄດ້ຢ່າງຫຼວງຫຼາຍ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top