• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຄວາມຄືບຫນ້າຂອງຫວຽດນາມເພື່ອຕອບສະຫນອງບັນດາສັນຍາ FTA

      ປີ 2018 ແມ່ນປີສ້າງຂີດໝາຍການຫັນປ່ຽນຢ່າງແຮງຂອງຫວຽດນາມ ສຳລັບບັນດາຂົງເຂດເສດຖະກິດ ສັງຄົມ ເພື່ອຍາດແຍ່ງໄດ້ທ່າໄດ້ປຽບຂອງບັນດາສັນຍາການຄ້າເສລີລຸ້ນໃຫມ່. ສິ່ງດັ່ງກ່າວໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ ບໍ່ຖືກຢູ່ໃນທ່າຮັບໃນວິວັດການເຊື່ອມໂຍງ, ແລະເຊື່ອມຕົວຢ່າງທັນການເຂົ້າໃນພື້ນຖານເສດຖະກິດໂລກ.

ພາບປະກອບ
      ປີ 2018 ແມ່ນປີປະຕິບັດຫລາຍຂໍ້ຕົກລົງຕາມວິວັດການທີ່ໄດ້ໃຫ້ຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ (FTA) ລຸ້ນໃຫມ່ ເຊັ່ນ: ລົບລ້າງຮົ້ວກີດຂວາງດ້ານພາສີສຳລັບສິນຄ້າຫລາຍປະເພດ, ການຍົກຍ້າຍແຮງງານໃນກຸ່ມ ອາຊຽນ. ປີ 2018 ກໍ່ແມ່ນປີ ທີ່ຫວຽດນາມ ໄດ້ລົງນາມ ແລະ ຮັບຮອງເອົາສັນຍາຄູ່ຮ່ວມມືກ້າວຫນ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP), ສິ້ນສຸດວິວັດການສຳຫລວດກວດກາດ້ານນິຕິກຳກ່ຽວກັບສັນຍາການຄ້າເສລີກັບ ອີຢູ. ສິ່ງນີ້ ໄດ້ເປີດຫລາຍກາລະໂອກາດໃຫ້ແກ່ວິສາຫະກິດ. ທ່ານ Robert E. Moritz, ປະທານ ບໍລິສັດກວດສອບທົ່ວໂລກຂອງ PricewaterhouseCoopers (PwC) ຕີລາຄາວ່າ:
ຫວຽດນາມພວມສ້າງກາລະໂອກາດດຳເນີນທຸລະກິດຫລາຍຢ່າງທີ່ດູດດື່ມ. ເພາະສະນັ້ນ ບັນດານັກລົງທຶນຕ່າງປະເທດລ້ວນແຕ່ຢາກເຂົ້າມາລົງທຶນຢູ່ຫວຽດນາມ. ຕາມການສຳຫລວດ ໂດຍ PwC ປະຕິບັດ, ຫວຽດນາມ ນອນໃນຈຳນວນ 5 ປະເທດ ແລະ ພື້ນຖານເສດຖະກິດແຖວຫນ້າ ຊື່ງບັນດາວິສາຫະກິດຂຶ້ນກັບພາກພື້ນ ອາຊີ - ປາຊີຟິກ ຢາກເຂົ້າມາລົງທຶນ. ສິ່ງດັ່ງກ່າວໄດ້ຮັບການຕີລາຄາວ່າແມ່ນມີຄວາມໝາຍຍຸດທະສາດ.
ເຖິງຢ່າງໃດກໍຕາມ ເພື່ອໃຫ້ຊົມໃຊ້ຜົນປະໂຫຍດຈາກສັນຍາດັ່ງກ່າວ, ສິນຄ້າສົ່ງອອກຂອງຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍບໍ່ແມ່ນຫນ້ອຍ ເຊັ່ນ: ຕ້ອງທຳຄວາມລື້ງກັບນິໄສການບໍລິໂພກ, ຄວາມນິຍົມກ່ຽວກັບຄຸນນະພາບ, ການຫຸ້ມຫໍ່, ຮູບແບບຜະລິດຕະພັນ ຂອງປະຊາຊົນບັນດາປະເທດ, ຊອກຮູ້ຫລາຍສິ່ງຫລາຍຢ່າງກ່ຽວກັບຄວາມຮຽກຮ້ອງຕ້ອງການດ້ານກົດໝາຍ, ລະບົບມາດຖານເຕັກນິກ, ຫລັກອະໄນມາຄວາມປອດໄພດ້ານສະບຽງອາຫານ. ທ່ານາງ ຫງວຽນທິຮ່ວຽນ ຜູ້ອຳນວຍການບໍລິສັດຜະລິດ ແລະສົ່ງອອກເປືອກແຄ່ຫວຽດນາມ ໃຫ້ຮູ້ວ່າ:
ຕະຫລາດ ອີຢູ ແມ່ນຕະຫລາດທີ່ເຄັ່ງຄັດດ້ານຄຸນນະພາບຂອງສິນຄ້າ ແຕ່ວ່າ ອີຢູ ແມ່ນກໍ່ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນສຳລັບສິນຄ້າສົ່ງອອກຂອງຫວຽດນາມ. ເພາະສະນັ້ນ ພວກເຮົາ ໄດ້ເດີນທາງໄປສຳຫລວດຢູ່ແຕ່ລະປະເທດ ເອີລົບ, ເຂົ້າໄປແຕ່ລະຮ້ານສັບພະສິນຄ້າເພື່ອເກັບກຳທ່າອ່ຽງໃນອະນາຄົດຄືແນວໃດ.
ໃນສະພາບການນັ້ນ ບັນດາວິສາຫະກິດຫວຽດນາມ ໄດ້ຄ່ອຍໆເພີ່ມຄວາມສາມາດໃນການຮັບມືກັບບັນດາຮົ້ວກີດຂວາງດ້ານເຕັກນິກຂອງຕະຫລາດສາກົນ. ມີວິສາຫະກິດຫລາຍແຫ່ງ ໄດ້ເປັນເຈົ້າການຕີລາຄາຢ່າງລະອຽດກ່ຽວກັບກຳລັງຊື້, ຄວາມນິຍົມຂອງຜູ້ອຸປະໂພກບໍລິໂພກເພື່ອສ້າງຍຸດທະສາດດຳເນີນທຸລະກິດຢ່າງມີປະສິດທິຜົນ. ຄຽງຄູ່ກັນນັ້ນ ຍັງຈັດຕັ້ງການຜະລິດຄືນໃຫມ່. ທ່ານ ຟ້າມວັນເກື່ອງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນປຸງແຕ່ງອາຫານສົ່ງອອກ GOC ໃຫ້ຮູ້ວ່າ:
ຕ້ອງກຳນົດໄດ້ວ່າ ການສົ່ງອອກ ເຂົ້າໄປຍັງຕະຫລາດ ອີຢູ ແມ່ນການປະກອບສ່ວນຍົກລະດັບການຄຸ້ມຄອງຂອງບໍລິສັດ, ສ້າງຄວາມເປັນເອກະພາບໃນການຄຸ້ມຄອງກຳມະກອນຕະຫລອດຮອດການນຳ. ບໍລິສັດພວກຂ້າພະເຈົ້າມີພະນັກງານເຮັດ logistic ພຽງ 2 ຄົນ ແຕ່ສາມາດເຮັດໃບແຈ້ງພາສີໃຫ້ແກ່ 40000 ຕູ້ container/ປີ ບໍ່ປະສົບກັບຄວາມຫຍຸ້ງຍາກໃດໆ. ທີສອງ ຈາກລະບົບຄຸ້ມຄອງນັ້ນ ອາດຈະສົ່ງອອກສິນຄ້າເຂົ້າບັນດາຕະຫລາດອື່ນຢ່າງສະດວກກວ່າຄື: ຕະຫລາດ ອາເມລິກາ, ເອີລົບເຫນືອ, ຍີ່ປຸ່ນ, ສເກົາຫລີ.. ເພາະບັນດາປະເທດເຫລົ່ານັ້ນສ່ວນຫລາຍແມ່ນນຳໃຊ້ມາດຖານຄຸ້ມຄອງຂອງເອີລົບ.
ມາຮອດປະຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງສັນຍາການຄ້າເສລີ FTA ກວ່າ 10 ສັນຍາ. ລະດັບກຳແຫນ້ນເນື້ອໃນບັນດາສັນຍາການຄ້າເສລີຂອງບັນດາວິສາຫະກິດມີຄວາມແຕກຕ່າງ ແຕ່ອັດຕາສ່ວນບັນດາວິສາຫະກິດປັບຕົວໃຫ້ແທດເໝາະກັບສະພາບການແມ່ນນັບມື້ນັບເພີ່ມຂຶ້ນ.
ຄຽງຂ້າງປະຊາຄົມວິສາຫະກິດ, ຄວາມມານະພະຍາຍາມປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງຫວຽດນາມ ເພື່ອຮັບມືກັບການເຊື່ອມໂຍງໃນປີ 2018 ກໍ່ໄດ້ຮັບການຮັບຮູ້. ຫວຽດນາມ ໄດ້ໝູນໃຊ້ເຕັກໂນໂລຊີໃນການປະຕິບັດລະບຽບການບໍລິຫານເທື່ອລະກ້າວ. ຮົ້ວກີດຂວາງການດຳເນີນທຸລະກິດຄອ່ຍໆໄດ້ຖືກລົບລ້າງ.
ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ຍອດວົງເງິນນຳເຂົ້າສົ່ງອອກປີ 2018 ຂອງຫວຽດນາມ ຄາດວ່າບັນລຸເກືອບ 480 ຕື້ USD, ໃນນັ້ນ ການສົ່ງອອກສິນຄ້າບັນລຸ 239 ຕື້ USD ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ປີ 2017. ພິເສດ ການສົ່ງອອກໄປຍັງຕະຫລາດບັນດາປະເທດ ເຊັນສັນຍາ FTA ກັບຫວຽດນາມ ລ້ວນແຕ່ມີລະດັບເຕີບໂຕສູງເມື່ອທຽບໃສ່ປີ 2017. ອັດຕາສ່ວນຍາດແຍ່ງການບຸລິມະສິດຈາກບັນດາຕະຫລາດທີ່ໄດ້ລົງນາມໃນສັນຍາການຄ້າເສລີ FTA ບັນລຸ ປະມານ 40%, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ຕົວເລກປະມານ 35% ຂອງຊຸມປີກ່ອນ.
ບັນດາຕົວເລກດັ່ງກ່າວສ່ວນຫນຶ່ງໄດ້ພິສູດໃຫ້ເຫັນການຜັນປ່ຽນຂອງຫວຽດນາມ ໃນປີ 2018 ເພື່ອເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ໝາກຜົນນີ້ ກໍ່ແມ່ນກຳລັງຫນູນເພື່ອໃຫ້ປະຊາຄົມວິສາຫະກິດ ແລະ ລັດຖະບານ ສືບຕໍ່ເປັນເຈົ້າການ, ມີການກະກຽມໃຫ້ເໝາະສົມກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະນະໂຍບາຍເພື່ອຮັບເອົາ ແລະ ຊົມໃຊ້ບັນດາປະສິດທິຜົນຈາກຜົນປະໂຫຍດຂອງສັນຍາການຄ້າເສລີຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top