• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ

ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນກວ່າ 300 ຢ່າງ, ຜ່ານນັ້ນແນະນຳເຖິງມະຫາຊົນວິວັດການ 50 ປີແຫ່ງການປະຕິບັດຕາມຄຳພິໄນກຳຂອງເພິ່ນ.


ງານວາງສະແດງ “ການເດີນທາງມຸ່ງໄປເຖິງຄວາມໄຝ່ຝັນ - 50 ປີ
ແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 1969 - 2019”  
(ພາບ: TTXVN)


ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ແລະ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ, ວັນທີ 30 ສິງຫາ, ຢູ່ຫໍພິພິທະພັນໂຮ່ຈີມິນ ເທື່ອທຽນເຫ້ວ, ຫໍພິພິທະພັນໂຮ່ຈີມິນສູນກາງ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນ- ເຫ້ວ ໄຂງານວາງສະແດງຫົວເລື່ອງສະເພາະ “ການເດີນທາງມຸ່ງໄປເຖິງຄວາມໄຝ່ຝັນ - 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ 1969 - 2019”. ງານວາງສະແດງໄດ້ແນະນຳເອກະສານ, ວັດຖຸພັນກວ່າ 300 ຢ່າງ, ຜ່ານນັ້ນແນະນຳເຖິງມະຫາຊົນວິວັດການ 50 ປີແຫ່ງການປະຕິບັດຕາມຄຳພິໄນກຳຂອງເພິ່ນ ແລະ ບັນດາຜົນງານພົ້ນເດັ່ນເຊິ່ງປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ.

        ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ສູນກະຈາຍສຽງ - ໂທລະພາບກອງທັບໄດ້ສົມທົບກັນຈັດກອງປະຊຸມໂອ້ລົມສົນທະນາ “ຈົ່ງຮັກພັກດີຕໍ່ເພິ່ນ”.

        ແລະຕອນເຊົ້າວັນດຽວກັນ, ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ ກໍ່ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຄິດຮອດຄິດເຖິງເພີ່ນ”.

        ແລະກໍ່ໃນວັນທີ 30 ສິງຫາ, ຄະນະພັກແຂວງກວ໋າງນິງ ໄດ້ຈັດພິທີເປີດຕົວປຶ້ມພາບ “ບັນດາພາບຖ່າຍປະທານໂຮ່ຈີມິນ ກັບກວ໋າງນິງ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top