• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດອັນຟົດຟື້ນຂອງການຕ້ອນຮັບວັນບຸນຄຼິດສະມາດໃນທົ່ວປະເທດ ຫວຽດນາມ

      ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ໂບດໃຫຍ່, ໝູ່ບ້ານຊາວຄຼິດໄດ້ຮັບການປະດັບປະດາຢ່າງສວຍສົດງົດງາມ; ບັນດາສະຖານທີ່ລະຫຼິ້ນສາທາລະນະ

ພາບປະກອບ 
      ຕອນຄ່ຳວັນທີ 24 ທັນວາ, ປະຊາຊົນໃນທົ່ວປະເທດ ຫວຽດນາມ ໄດ້ຕ້ອນຮັບວັນບຸນ ຄິຼດສະມາດ ຢ່າງເບີກບານມ່ວນຊື່ນ. ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ໂບດໃຫຍ່, ໝູ່ບ້ານຊາວຄຼິດໄດ້ຮັບການປະດັບປະດາຢ່າງສວຍສົດງົດງາມ; ບັນດາສະຖານທີ່ລະຫຼິ້ນສາທາລະນະ, ໃນຖະໜົນສາຍໃຫຍ່ຢູ່ໃຈກກາງນະຄອນ, ປະຊາຊົນໄດ້ລົງຖະໜົນເພື່ອພ້ອມກັນຕ້ອນຮັບວັນບຸນ ຄຼິດສະມາດ. ເອື້ອຍ ໂຕທິມາຍຈາງ, ປະຊາຊົນເມືອງ ບິ່ນແທັ້ງ, ນະຄອນໂຮ່ຈີມິນ ແບ່ງປັນວ່າ:
        ຂ້າພະເຈົ້າເຫັນວ່າວັນບຸນປີນີ້ຟົດຟື້ນທີ່ສຸດ, ຕະຫຼາດຂາຍສິນຄ້າມີຫຼາຍຮູບແບບກ່ວາ, ລາຄາກໍ່ເໝາະສົມ.
        ຢູ່ແຂວງ ກອນຕູມ, ຊາວຄຼິດ ແລະ ໂປແຕັດຕັງ ປະມານ 180.000 ຄົນໄດ້ຕ້ອນຮັບຄ່ຳຄືນຮັບບຸນຄິຼດສະມາດຢ່າງເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມຮັກແພງ ແລະ ອົບອຸ່ນ.
        ສ່ວນຢູ່ແຂວງ ນີງບີ່ງ, ບ່ອນທີ່ໄດ້ຮັບຂະໜານນາມວ່າ “ຕົວເມືອງຂອງຊາວຄຼິດ”, ປະຊາຊົນໄດ້ເຕົ້າໂຮມຢູ່ເຂດໃຈກາງກໍ່ຄືຢູ່ໂບດ, ເຂດຊາວຄຼິດ ເພື່ອຕ້ອນຮັບວັນບຸນ ຄຼິດສະມາດ. ໂບດຫີນ ຟາດຢ້ຽມ ແມ່ນສະຖານທີ່ດຶງດູດປະຊາຊົນເຂົ້າຮ່ວມການລະຫຼິ້ນບັນເທິງ ແລະ ສວດມົນ, ເຊິ່ງໄດ້ຮັບການປະດັບປະດາດ້ວຍດອກຫິມະ, ດອກໄຟແສງສີເຫຼື້ອມຍິບຍັບພ້ອມກັບບັນດາບົດເພງກ່ຽວກັບວັນບຸນຄຼິດສະມາດ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບປະມຸດລັດ, ການນຳບັນດາປະເທດເຂົ້າຮ່ວມພິທິເດີນສະໜາມກ້ອນກຳລັງຢູ່ຈັດຕູລັດແດງ

ທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບປະມຸດລັດ, ການນຳບັນດາປະເທດເຂົ້າຮ່ວມພິທິເດີນສະໜາມກ້ອນກຳລັງຢູ່ຈັດຕູລັດແດງ

ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ ສ້າງຮູບພາບສວຍງາມກ່ຽວກັບການຮ່ວມມືດ້ານການທະຫານ ແລະ ຄວາມສາມັກຄີສາກົນ.

Top