ວິສາຫະກິດຢູ່ບັນດາເຂດອຸດສາຫະກຳໃນບໍລິເວນແຂວງລອງອານໄດ້ເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງໃຫ້ແກ່ກຳມະກອນ, ຜູ້ອອກແຮງງານໃນໂອກາດບຸນເຕັດ ປີມະໂລງ 2024. ດ້ວຍທິດນຳທີ່ວ່າ “ສະມາຊິກກຳມະບານແລະຜູ້ອອກແຮງງານທຸກຄົນ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ”, ໃນໂອກາດບຸນເຕັດປະຈຳຊາດຂອງຫວຽດນາມ, ສະຫະພັນແຮງງານແຂວງລອງອານໄດ້ຈັດລາຍການຕ້ອນຮັບບຸນເຕັດພ້ອມກັບກຳມະກອນ, ຜູ້ອອກແຮງງານຢູ່ຫຼາຍແຫ່ງໃນບໍລິເວນແຂວງ.
ປີນີ້ແມ່ນປີທີ 3 ທີ່ເອື້ອຍ ຫງວຽນທິຕວຽດ ຕິດພັນກັບບໍລິສັດແວ່ນຕາ ຫວຽດ ຢູ່ເຂດອຸດສາຫະກຳ ລອງເຮົ້າ, ແຂວງ ລອງອານ. ໃນການເຮັດວຽກເປັນເວລາ 3 ປີນັ້ນ, ເອື້ອຍ ຕວຽດ ລ້ວນແຕ່ໄດ້ຮັບການເບິ່ງແຍງຜ່ານບັນດາຂອງຂວັນບຸນເຕັດທີ່ເຕັມໄປດ້ວຍຄວາມໝາຍຈາກວິສາຫະກິດ ແລະ ເຂດອຸດສາຫະກຳ. ນີ້ແມ່ນບັນດາຂອງຂວັນໃນຈຳນວນຂອງຂວັນບຸນເຕັດ 1.260 ພູດລວມມູນຄ່າກວ່າ 600 ລ້ານດົ່ງ (ກວ່າ 24.000 USD) ໂດຍເຂດອຸດສາຫະກຳ ລອງເຮົ້າ ຂົນຂວາຍ ແລະ ມອບໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ນອກຈາກບັນດາຂອງຂວັນທີ່ແທດຈິງນັ້ນ, ກຳມະກອນ, ຜູ້ອອກແຮງງານເປັນຈຳນວນຫຼາຍຍັງໄດ້ຊື້ເຄື່ອງຂອງທີ່ຈຳເປັນດ້ວຍລາຄາບຸລິມະສິດຢູ່ບັນດາງານຕະຫຼາດນັດລະດູບານໃໝ່. ເອື້ອຍ ຫງວຽນທິຕວຽດ, ແບ່ງປັນວ່າ:
“ຢູ່ທີ່ນີ້, ກຳມະກອນຜູ້ໃດກໍ່ມີຄວາມປິຕິຊົມຊື່ນ, ເຖິງວ່າຂອງຂວັນເລັກໆນ້ອຍໆກໍ່ຕາມ, ແຕ່ເປັນການສະແດງໃຫ້ເຫັນວ່າ ເຖິງວ່າມີສະພາບຫຍຸ້ງຍາກຄືແນວນັ້ນ, ແຕ່ຍາມໃດອົງການກຳມະບານກໍ່ເອົາໃຈໃສ່ເບິ່ງແຍງກຳມະກອນ. ຂ້າພະເຈົ້າຂໍຂອບໃຈນຳກຳມະບານ, ກໍຄືເຂດອຸດສາຫະກຳ ທ່ີໄດ້ຈັດຫຼາຍການເຄື່ອນໄຫວໃນງານຕະຫຼາດນັດໃຫ້ແກ່ກຳມະກອນຕ້ອນຮັບລະດູບານໃໝ່, ແລ້ວກໍ່ໄດ້ຮັບຂອງຂວັນບຸນເຕັດນຳອີກ”.
ພ້ອມກັບບັນດາຂອງຂວັນບຸນເຕັດ, ການເຄື່ອນໄຫວຈົກສະຫຼາກຮັບລາງວັນທ້າຍປີ ກໍ່ແມ່ນການລໍຄອຍຂອງກຳມະກອນ, ຜູ້ອອກແຮງງານຫຼາຍຄົນ. ປີນີ້, ມີຂອງຂວັນທີ່ມີມູນຄ່າສູງຫຼາຍຢ່າງທີ່ວິສາຫະກິດໄດ້ນຳມາມອບໃຫ້ກຳມະກອນ, ຄື: ໂທລະທັດ, ຕູ້ເຢັນ, ຈັກຊັກເຄື່ອງ… ຄະນະຄຸ້ມຄອງເຂດອຸດສາຫະກຳ ແລະ ສະຫະພັນແຮງງານແຂວງ ລອງອານ ຍັງມອບປີ້ລົດກັບເມືອບ້ານ, ອັງເປົາແກ່ບັນດາກຳມະກອນມີສະມັດຕະພາບໃນເຮັດວຽກເປັນຢ່າງດີນຳອີກ. ອ້າຍ ເລແທັງນາມ, ກຳມະກອນບໍລິສັດຜະລິດເຄື່ອງຫຸ້ມຫໍ່ ດົງເຢືອງໄຊງ່ອນ, ເຂດອຸດສາຫະກຳ ລອງເຮົ້າ, ຖືວ່າ
“ທ້າຍປີໄດ້ຈັດລາຍການຕ້ອນຮັບບຸນເຕັດ, ຂ້າພະເຈົ້າກໍ່ຍາດເວລາເພື່ອພາຄອບຄົວໄປຫຼິ້ນ. ຊີວິດຂອງກຳມະກອນປະສົບກັບຄວາມຫຍຸ້ງຍາກ, ຍ້ອນໄດ້ຮັບຂອງຂວັນຍາມບຸນເຕັດ, ກໍໍໍ່ຊ່ວຍໃຫ້ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ອົບອຸ່ນຕື່ມອີກ”.
ຕາມສະຫະພັນແຮງງານແຂວງ ລອງອານ ແລ້ວ, ປີ 2023, ມີວິສາຫະກິດຫຼາຍແຫ່ງຢູ່ແຂວງ ລອງອານ ໄດ້ດັດປັບການຜະລິດ, ເມື່ອໃບຊັ່ງຊື້ຫຼຸດລົງ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ກຳມະກອນທຸກຂັ້ນຍັງຮັກສາການເຄື່ອນໄຫວເປັນປະຈຳ ແລະ ມີຄວາມມານະພະຍາຍາມຕື່ມອີກໃນໂອກາດບຸນເຕັດນີ້ ເພື່ອໜູນຊ່ວຍ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ ຫງວຽນວັນກຸຍ, ປະທານສະຫະພັນກຳມະບານແຂວງ ລອງອານ, ໃຫ້ຮູ້ວ່າ:
“ນອກຈາກຄວາມເອົາໃຈໃສ່ຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ຄະນະພັກແຂວງ ລອງອານ ແລ້ວ, ທັງລະບົບກຳມະບານແຂວງຍັງສະຫງວນຈຳນວນເງິນ 70 ຕື້ດົ່ງ (ເກືອບ 2,9 ຕື້ USD) ເພື່ອເບິ່ງແຍງບຸນເຕັດໃຫ້ແກ່ກຳມະກອນ, ຜູ້ອອກແຮງງານໃນໂອກາດບຸນເຕັດປີນີ້. ຜ່ານນັ້ນ, ມີສະມາຊິກກຳມະບານກວ່າ 100.000 ຄົນໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍໃນໂອກາດບຸນເຕັດ, ພິເສດແມ່ນບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ຜ່ານນັ້ນ, ກໍ່ໄດ້ແບ່ງເບົາຄວາມຫຍຸ້ງຍາກກັບວິສາຫະກິດ, ຜູ້ອອກແຮງງານທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເນື່ອງໃນໂອກາດນີ້”.
ຢູ່ບັນດາໂຮງງານ, ວິສາຫະກິດໃນບໍລິເວນແຂວງ ລອງອານ, ບັນຍາກາດຂອງບຸນເຕັດມີຄວາມຟົດຟື້ນກວ່າ ເມື່ອໄດ້ຈັດໃຫ້ມີບັນດາການພົບປະທ້າຍປີ, ມອບຂອງຂວັນ, ສະແດງສິລະປະຕ້ອນຮັບບຸນເຕັດ 2024 ຢ່າງກວ້າງຂວາງ ດ້ວຍຂອບຂະໜາດໃຫຍ່, ເຊິ່ງໄດ້ດຶງດູດຜູ້ອອກແຮງງານເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ. ພ້ອມກັນນັ້ນ, ກຳມະກອນ, ຜູ້ອອກແຮງງານຍັງໄດ້ປະດັບປະດາ, ຖ່າຍຮູບຍາມບຸນເຕັດ, ໄດ້ສ້າງເປັນພາບລະດູບານໃໝ່ທີ່ມີສີສັນຫຼາກຫຼາຍຢູ່ວິສາຫະກິດ. ຄວາມເອົາໃຈໃສ່ເບິ່ງແຍງນັບທັງທາງດ້ານວັດຖຸ ແລະ ຈິດໃຈຂອງອົງການກຳມະບານແຂວງ ລອງອານ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ ໄດ້ຊ່ວຍໃຫ້ຜູ້ອອກແຮງງານມີບຸນເຕັດແຫ່ງການເຕົ້າໂຮມ ແລະ ຄົບຖ້ວນ.







