• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຣາຊິນ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍອັນດັບທີສອງ ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ມິຖຸນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 179 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,87 ລ້ານຄົນ ເສຍຊີວິດ. ສະເພາະໃນເວລາ 24 ຊົ່ວໂມງຜ່ານມາ, ໄດ້ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 351.000 ຄົນ ແລະ ມີ 7.755 ຄົນ ເສຍຊີວິດ.
ວົງການນັກຊ່ຽວຊານ ໄດ້ສະແດງຄວາມວິຕົກກັງວົນວ່າ ບຣາຊິນ ອາດຈະຕ້ອງປະເຊີນໜ້າກັບການແຜ່ລະບາດຮອບທີ 3 ຂອງໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ ຍ້ອນໂຄງການສັກວັກຊິນ ຖືກຜັນຂະຫຍາຍຢ່າງຊັກຊ້າ (ພາບ: AFP/TTXVN)
      ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 34,4 ລ້ານ ແລະ ຫຼາຍກວ່າ 617.000 ຄົນ ເສຍຊີວິດ. ຢືນອັນດັບທີ 2 ແມ່ນ ອິນເດຍ, ຖັດຈາກນັ້ນ ແມ່ນ ບຣາຊິນ. ແຕ່ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຖ້າໄລ່ຕາມຈຳນວນຜູ້ເສຍຊີວິດ, ບຣາຊິນ ແມ່ນປະເທດຢືນອັນດັບທີ 2 ໃນໂລກ ເມື່ອມີຈຳນວນຜູ້ເສຍຊີວິດຫຼາຍກວ່າ 500.000 ຄົນ. ວົງການນັກຊ່ຽວຊານ ໄດ້ສະແດງຄວາມວິຕົກກັງວົນວ່າ ບຣາຊິນ ອາດຈະຕ້ອງປະເຊີນໜ້າກັບການແຜ່ລະບາດຮອບທີ 3 ຂອງໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ ຍ້ອນໂຄງການສັກວັກຊິນ ຖືກຜັນຂະຫຍາຍຢ່າງຊັກຊ້າ.  ໃນຂະນະນັ້ນ, ສະພາບການໂລກລະບາດໂຄວິດ - 19 ຢູ່ ອິນເດຍ ສືບຕໍ່ມີສັນຍານຢ່າງຕັ້ງໜ້າ.
            ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 19 ມິຖຸນາ ຫາເວລາ 12 ໂມງຂອງວັນທີ 20 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 217 ກໍລະນີ,  ໃນນັ້ນ, ແຂວງ ບັກຢາງ ມີ 73 ກໍລະນີ, ນະຄອນ ໂຮ່ຈີມິນ 80 ກໍລະນີ ແລະ ນະຄອນ ດ່າໜັງ ມີ 18 ກໍລະນີ ແລະ 11 ກໍລະນີ ແມ່ນຄົນເຂົ້າເມືອງຫວຽດນາມ. ເປັນອັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນທີ 20 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.117 ກໍລະນີ, ມີ 5.054 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 66 ກໍລະນີ ເສຍຊີວິດ. 
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top