• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ້ຳໃຈມິດຕະພາບ ລາວ - ຫວຽດນາມ ຍືນຍົງຕະຫຼອດໄປ

ງານວາງສະແດງໄດ້ວາງສະແດງຮູບພາບ 100 ແຜ່ນ ສ່ອງແສງກ່ຽວກັບການການພົວພັນ, ວັດທະນະທຳ, ທ່ອງທ່ຽວລະຫວ່າງ 2 ປະເທດ.
  (ຜູ້ແທນ 2 ປະເທດຢ້ຽມຊົມງານວາງສະແດງ)  

“ນ້ຳໃຈມິດຕະພາບ ລາວ - ຫວຽດນາມ ຍືນຍົງຕະຫຼອດໄປ” ແມ່ນຫົວຂໍ້ຂອງງານວາງສະແດງຮູບພາບ ລາວ - ຫວຽດນາມ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ. ງານວາງສະແດງໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັນຈັດຂຶ້ນ. ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ທ່ານນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ໃຫ້ຮູ້ວ່າ: ງານວາງສະແດງໄດ້ວາງສະແດງຮູບພາບ 100 ແຜ່ນ ສ່ອງແສງກ່ຽວກັບການການພົວພັນ, ວັດທະນະທຳ, ທ່ອງທ່ຽວລະຫວ່າງ 2 ປະເທດ.

 
 

(ທ່ານນາງລັດຖະມົນຕີ ສວນສະຫວັນ ວິຍະເກດ)

  (ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ)  

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ງານວາງສະແດງນີ້ແມ່ນເຫດການຮ່ວມມື, ພົວພັນແລກປ່ຽນວັດທະນະທຳສຳຄັນ ແລະ ແທດຈິງຂອງ 2 ປະເທດ.

“ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເຊື່ອໝັ້ນວ່າ, ເລື່ອງຈັດງານວາງສະແດງຄັ້ງນີ້ ມີຄວາມໝາຍເລິກເຊິ່ງຕໍ່ກັບປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ ເພື່ອຈົດຈຳມູນເຊື້ອ, ການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ”.

ງານວາງສະແດງ “ນ້ຳໃຈມິດຕະພາບ ລາວ - ຫວຽດນາມ ຍືນຍົງຕະຫຼອດໄປ” ດຳເນີນໃນລະຫວ່າງວັນທີ 19 – 21 ກໍລະກົດ, ຢູ່ສູນວາງສະແດງວັດທະນະທຳ ສິລະປະ ຫວຽດນາມ, ເລກທີ 2, ຖະໜົນ ຮວາລື, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top