• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ້ຳໃຈຂອງລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ລາວ ທີ່ມີຕໍ່ລຸງໂຮ່ ທີ່ແສນເຄົາລົບຮັກ

ໃນຄາວຍັງມີຊີວິດຢູ່, ຍາມໃດ ລຸງໂຮ່ ກໍ່ສະຫງວນນ້ຳໃຈ, ຄວາມຮັກແພງ, ເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຍ້ອນບັນດານ້ຳໃຈຂອງຊາວຫວຽດ ຢູ່ຫ່າງໄກກັບບ້ານເກີດເມືອງນອນ ໄດ້ເພີ່ມກຳລັງແຮງໃຫ້ແກ່ລຸງໂຮ່ ໃນເສັ້ນທາງເຄື່ອນໄຫວແຫ່ງການຊອກຫາເສັ້ນທາງກູ້ຊາດ.

ໃນຄາວຍັງມີຊີວິດຢູ່, ຍາມໃດ ລຸງໂຮ່ ກໍ່ສະຫງວນນ້ຳໃຈ, ຄວາມຮັກແພງ, ເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຍ້ອນບັນດານ້ຳໃຈຂອງຊາວຫວຽດ ຢູ່ຫ່າງໄກກັບບ້ານເກີດເມືອງນອນ ໄດ້ເພີ່ມກຳລັງແຮງໃຫ້ແກ່ລຸງໂຮ່ ໃນເສັ້ນທາງເຄື່ອນໄຫວແຫ່ງການຊອກຫາເສັ້ນທາງກູ້ຊາດ.

    

ນັກຮຽນໄດ້ອ່ານປຶ້ມ, ຊອກຮູ້ກ່ຽວກັບລຸງໂຮ່ ໃນຫໍສະໝຸດຂອງໂຮງຮຽນ

ເຄົາລົບ ແລະ ຄິດເຖິງ ລຸງໂຮ່ ແມ່ນວິທີການເຊິ່ງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ຫ້າທະວີບອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ພິເສດແມ່ນສຳລັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຜູ້ອາຍຸໜຸ່ມແໜ້ນທີ່ພວມດຳລົງຊີວິດຢູ່ ສປປ ລາວ ດ້ວຍຄວາມຫວັງຢາກຊອກຮູ້, ຮັກສາສີສັນ, ວັດທະນະທຳຂອງຊາດ ຫວຽດນາມ ຢູ່ຕ່າງປະເທດ.

        ເຖິງວ່າເວົ້າພາສາ ຫວຽດ ບໍ່ແຈ້ງປານໃດ, ແຕ່ ສົມສະໜິດ, ອາຍຸ 18 ປີ, ກໍ່ໄດ້ເມົາມົວຊອກຮູ້ກ່ຽວກັບປະຫວັດສາດ ຫວຽດນາມ, ພິເສດແມ່ນບັນດາເລື່ອງລາວກ່ຽວກັບລຸງໂຮ່ ໃນຊຸມເດືອນປີທີ່ເຄື່ອນໄຫວການປະຕິວັດຢູ່ຕ່າງປະເທດ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ປະເທດລ້ານຊ້າງ, ແຕ່ທ້າວ ສົມສະໜິດ ຍາມໃດກໍ່ຄິດເຖິງລຸງໂຮ່ ດ້ວຍຄວາມເຄົາລົບ ແລະ ຮັກແພງ. ທ້າວ ສົມສະໜິດ ແບ່ງປັນວ່າ: ແຕ່ລະປີ, ໃນວັນຄ້າຍວັນເກີດ ລຸງໂຮ່, ພໍ່ແມ່ຍ່າ, ພໍ່ແມ່ມັກພານ້ອງໄປຢ້ຽມຊົມເຂດອະນຸສາວາລີ - ສະຖານທີ່ບູຊາລຸງໂຮ່, ກ່ອນອື່ນແມ່ນເພື່ອຈູດທູບທຽນ, ໄດ້ຮັບຟັງບັນດາອະນຸສອນກ່ຽວກັບລຸງໂຮ່ ທີ່ແສນເຄົາລົບຮັກ, ຫຼັງຈາກນັ້ນ ກໍໄດ້ຮັບຟັງເລື່ອງລາວກ່ຽວກັບຄຸນງາມຄວາມດີ, ແບບແຜນການດຳລົງຊີວິດທີ່ລຽບງ່າຍ, ປອງດອງ, ເຕັມໄປດ້ວຍຄວາມຮັກແພງພໍ່ແມ່ປະຊາຊົນຂອງລຸງໂຮ່. ນ້ອງ ສົມສະໜິດ ໃຫ້ຮູ້ວ່າ:

“ຊາວ ຫວຽດນາມ ອາໄສຢູ່ລາວ ມີຄວາມຮັກແພງລຸງໂຮ່ ທີ່ສຸດ, ນັບແຕ່ຄາວຍັງນ້ອຍ, ພໍ່ແມ່ກໍ່ໄດ້ເລົ່າເລື່ອງລາວກ່ຽວກັບ ລຸງໂຮ່ ໃຫ້ນ້ອງຟັງຫຼາຍເລື່ອງຄື ເລື່ອງລາວ ກ່ຽວກັບ ລຸງໂຮ່ ໄປລັດເຊຍ ແລະ ຈີນ. ລຸງໂຮ່ ແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດທີ່ສຸດ ຍ້ອນວ່າເພີ່ນຮູ້ຫຼາຍພາສາ. ນ້ອງຢາກຮຽນເກັ່ງໆເພື່ອໃນອະນາຄົດກັບເມືອ ຫວຽດນາມ ສ້າງສາບ້ານເກີດເມືອງນອນ”

        ລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ ສປປ ລາວ ປະຈຸບັນແມ່ນລຸ້ນທີ 3, ທີ 4. ເຖິງວ່າພວກນ້ອງໄດ້ຮູ້ຈັກບໍ່ຫຼາຍກ່ຽວກັບບ້ານເກີດເມືອງນອນ, ກ່ຽວກັບປະທານ ໂຮ່ຈີມິນ ກໍ່ຕາມ, ແຕ່ ຜ່ານເລື່ອງລາວຕ່າງໆໂດຍພໍ່ປູ່ແມ່ຍ່າ, ພໍ່ແມ່ ເຫຼົ່າໃຫ້ຟັງ, ພວກນ້ອງກໍມີຄວາມເອກອ້າງທະນົງໃຈກ່ຽວກັບກົກເຂົ້າເຫງົ້າກໍ່ຂອງຕົນ. ພິເສດ, ຍາມໃດພວກນ້ອງກໍ່ເຄົາລົບນັບຖືລຸງໂຮ່, ນີ້ກໍ່ແມ່ນແຫຼ່ງກຳລັງກະຕຸກຊຸກຍູ້ພວກນ້ອງໃນການຊອກຮູ້, ຄົ້ນຫາ, ອຸດທິດສ່ວນໃຫ້ປະເທດໃນຕໍ່ໜ້າ. ເມື່ອຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນຊາວ ຫວຽດນາມ ອາໄສຢູ່ ສປປ ລາວ ໃຫ້ຮູ້ວ່າ: ພວມນ້ອງຢາກຊອກຮູ້ກ່ຽວກັບປະຫວັດສາດ ຫວຽດນາມ, ພິເສດແມ່ນບັນດາເລື່ອງລາວກ່ຽວກັບລຸງໂຮ່ ໃນຊຸມເດືອນປີທີ່ໄປເຄື່ອນໄຫວການປະຕິວັດຢູ່ຕ່າງປະເທດ:

“ນ້ອງຮູ້ລຸງໂຮ່ ຜ່ານເລື່ອງລາວຈາກພໍ່ປູ່ແມ່ຍ່າພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ເລົ່າໃຫ້ຟັງ. ນອກຈາກໄດ້ຄວາມຮູ້ຈາກໂຮງຮຽນ, ນ້ອງຍັງໄດ້ເຂົ້າອິນເຕີເນັດເພື່ອຊອກຮູ້ກ່ຽວກັບລຸງໂຮ່ ຕື່ມອີກ. ຊາວ ຫວຽດນາມ ອາໄສ ຢູ່ ລາວ ມີຄວາມເຄົາລົບນັບຖື ແລະ ຮັກແພງລຸງໂຮ່ຫຼາຍ ຍ້ອນວ່າ ລຸງໂຮ່ ມີນ້ຳໃຈຮັກຊາດ, ຮັກຫອມປະຊາຊົນທີ່ສຸດ”.

“ນ້ອງເຄົາລົບນັບຖືລຸງໂຮ່ ທີ່ສຸດຍ້ອນວ່າ ລຸງໄດ້ນຳປະຊາຊົນ ຫວຽດນາມ ຫລຸດພົ້ນອອກຈາກຊີວິດການເປັນທາດ, ນຳປະຊາຊົນ ຫວຽດນາມ ຜ່າຜ່າໄລຍະສົງຄາມ”.

ເອື້ອຍຄູ ຫງວຽນທິແທັງເຮືອງ, ຜູ້ອຳນວຍການໂຮງຮຽນ ຫງວຽນຢູ ໃຫ້ຮູ້ວ່າ: ທາງໂຮງຮຽນໄດ້ຈັດການເຄື່ອນໄຫວນອກຫຼັກສູດເນື່ອງໃນໂອກາດວັນຄ້າຍວັນເກີດປະທານໂຮ່ຈີມິນ (19 ພຶດສະພາ) ເປັນປະຈຳ. ນອກຈາກການຮຽນຢູ່ໂຮງຮຽນ, ບັນດາຄູອາຈານໄດ້ໃຫ້ພວກນ້ອງຊອກຫາຂໍ້ມູນກ່ຽວກັບປະທານ ໂຮ່ຈີມິນ ຢູ່ຫໍສະໝຸດ ເພື່ອໃຫ້ພວກນ້ອງຮູ້ຈັກກ່ຽວກັບລຸງໂຮ່ ຕື່ມອີກ, ເຮັດໃຫ້ພວກນ້ອງເຂົ້າໃຈຕື່ມ ແລະ ເພີ່ມຄວາມຮັກແພງຕໍ່ລຸງໂຮ່ - ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ ແລະ ສິດສອນພວກນ້ອງໃຫ້ມີບັນດາຄຸນສົມບັດ, ຈັນຍາບັນ, ແບບແຜນດຳລົງຊີວິດທີ່ລຽບງ່າຍຂອງລຸງໂຮ່… ສ່ວນສຳລັບນ້ອງ ມີນາ ໄຊຍະວົງ, ອາຍຸ 18 ປີ, ນັກຮຽນຂອງໂຮງຮຽນສອງພາສາ ລາວ - ຫວຽດ ຫງວຽນຢູ ແບ່ງປັນວ່າ: ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ ຢູ່ລາວ, ເມື່ອເວົ້າຄຳສັບວ່າ “ພໍ່ແມ່” ເປັນ ກໍ່ແມ່ນຈຸດເວລານ້ອງສາມາດ ເອີ້ນຊື່ “ລຸງໂຮ່” ໄດ້:

“ລຸງໂຮ່ ແມ່ນນັກວິລະຊົນທີ່ຍິ່ງໃຫຍ່, ລຸງໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ. ຄວາມໄຟ່ຝັນຂອງນ້ອງໃນອະນາຄົດແມ່ນໄດ້ກາຍເປັນທ່ານໝໍ ເພື່ອສາມາດປິ່ນປົວພະຍາດ ກູ້ເອົາຊີວິດໃຫ້ແກ່ມະນຸດ, ຄືກັບລຸງໂຮ່, ຜູ້ມີຈິດໃຈກ້ວາງໃຫຍ່ໄຟສານ.”

ເຖິງວ່າ ບໍ່ມີໂອກາດຫຼາຍໄດ້ສຳຜັດ ຫຼື ຊອກຮູ້ກ່ຽວກັບລຸງໂຮ່ ເມື່ອທຽບໃສ່ບັນພວກເພື່ອນຢູ່ພາຍໃນປະເທດ ຫວຽດນາມ, ແຕ່ຮູບພາບກ່ຽວກັບລຸງໂຮ່ ໄດ້ຊຶມເລິກໃນນ້ຳໃຈຂອງເພື່ອນໜຸ່ມ ໂດຍເປັນຊາວ ຫວຽດນາມ ອາໄສຢູ່ລາວ ຜ່ານການເລົ່າເລື່ອງຂອງພໍ່ແມ່, ຜ່ານບັນດາບົດເພງແຕ່ຄາວຍັງນ້ອຍ. ແນ່ນອນວ່າ, ນັກສຶກສາ, ຊາວໜຸ່ມທີ່ເປັນຊາວ ຫວຽດນາມ ອາໄສຢູ່ ລາວ ຈະຮ່ຳຮຽນ ແລະ ເຮັດຕາມແນວຄິດ, ແບບຢ່າງຄຸນສົມບັດປະຕິວັດຂອງປະທານ ໂຮ່ຈີມິນ ແລະ ແມ່ນທູດໂຄສະນາຮູບພາບ, ວັດທະນະທຳ, ປະຊາຊົນ ຫວຽດນາມ ອອກສູ່ໂລກເວົ້າລວມ ກໍ່ຄືແມ່ນຂົວເຊື່ອມຕໍ່ໃຫ້ນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ເວົ້າສະເພາະ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ ແລະ ວັດທະນາຖາວອນ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top