• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນີງບິ່ງ ໄດ້ຮັບການສະເໜີຊື່ເລືອກໃຫ້ເປັນຈຸດປາຍທາງທີ່ຫາກໍ່ພົ້ນເດັ່ນ ແຖວໜ້າ ອາຊີ 2026

ຄະນະຈັດຕັ້ງລາງວັນທ່ອງທ່ຽວໂລກ (World Travel Awards - WTA) ຫາກໍ່ປະກາດລາຍຊື່ທີ່ສະເໜີບັນດາລາງວັນຂອງ ພາກພື້ນ ອາຊີ ປີ 2026.
 
 
  ທ່າເຮືອ ຈ໋າງອານ ຍາມລະດູໃບໄມ້ຫຼົ່ນ (ພາບ: VNA)  

ໃນນັ້ນ, ນິງບິ່ງ ໄດ້ຮັບການສະເໜີຊື່ເຂົ້າຄັດເລືືອກໃນປະເພດ ລາງວັນ "Asia's Leading Emerging Tourism Destination 2026", ຈຸດໝາຍປາຍທາງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ 2026.

ຕາມພະແນກທ່ອງທ່ຽວແຂວງ ນິງບິ່ງ ແລ້ວ, ໃນ 7 ເດືອນຕົ້ນປີ 2026, ຄາດວ່າ ນິງບິ່ງ ຈະໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 18,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 23,34% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ; ໃນນັ້ນ, ມີແຂກທ່ອງທ່ຽວ ພາຍໃນປະເທດກວ່າ 16,7 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວສາກົນ ກວ່າ 2 ລ້ານເທື່ອຄົນ. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວ ຄາດວ່າບັນລຸ 19.000 ຕື້ດົ່ງ (ເກືອບ 731 ລ້ານໂດລາສະຫະລັດ), ເພ່ີມຂຶ້ນ 21,8% ເມື່ອທ່ຽວໃສ່ໄລຍະກ່ຽວກັບຂອງປີກ່ອນ.

ເລື່ອງສືບຕໍ່ໄດ້ຮັບການສະເໜີຊື່ເຂົ້າຄັດເລືອກຢູ່ World Travel Awards ບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດ, ເຄື່ອງໝາຍການຄ້າ ຂອງການທ່ອງທ່ຽວ ນິງບິ່ງ ເທົ່ານັ້ນ, ຫາກຍັງເປີດໂອກາດໂຄສະນາຄຸນຄ່າມໍລະດົກ, ວັດທະນະທຳ ແລະ ປະຊາຊົນ ນິງບິ່ງ ໄປເຖິງເພື່ອນມິດສາກົນ, ດຶງດູດແຂກທ່ອງທ່ຽວ, ບັນດານັກລົງທຶນຍຸດທະສາດ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວຕາມທິດສີຂຽວ, ຍືນຍົງ, ມີຄຸນນະພາບສູງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top