• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິວຊີແລນ ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ

ການຢ້ຽມຢາມໄດ້ສະແດງໃຫ້ເຫັນຈຸດສຸມການພົວພັນຕ່າງປະເທດໃໝ່ຂອງ ນິວຊີແລນ, ຖືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນກຸ່ມຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸງ (ພາບປະກອບ: ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ)

ແຕ່ວັນທີ 05 – 12 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ນິວຊີແລນ Winston Peters, ໄດ້ໄປປະຕິບັດງານເຖິງ 4 ປະເທດ ອາຊີ, ໃນນັ້ນ ຫວຽດນາມ ແມ່ນປະເທດທຳອິດ (ແຕ່ວັນທີ 05 – 06 ມິຖຸນາ). ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານ Winston Peters, ໄປເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນັບແຕ່ຮັບດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດໃນລັດຖະບານສຳພັນທະມິດ 3 ພັກຢູ່ ນິວຊີແລນ.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈຸງ ແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຈຸດສຸມການພົວພັນຕ່າງປະເທດໃໝ່ຂອງ ນິວຊີແລນ, ຖືພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນກຸ່ມຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ພຽງຖັດຈາກ ອົດສະຕາລີ ແລະ ບັນດາປະເທດເກາະທາງພາກໃຕ້ມະຫາສະມຸດປາຊີຟິກ ເທົ່ານັ້ນ. ທ່ານ ຫງວຽນວັນຈູງ ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ Winston Peters, ແມ່ນໂອກາດເພື່ອໃຫ້ກະຊວງການຕ່າງປະເທດຂອງ 2 ປະເທດ, ຮັບຮອງເອົາກົນໄກປະຈຳໄລຍະກອງປະຊຸມລັດຖະມົນຕີການຕ່າງປະເທດ, ປຶກສາຫາລືບັນດາມາດຕະການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້. ໃນນັ້ນ, 2 ຝ່າຍຈະສຸມໃສ່ປຶກສາຫາລືມາດຕະການເພື່ອປະຕິບັດແຜນການກະທຳໄລຍະ 2021 – 2024 ໃຫ້ບັນລຸຜົນສຳເລັດ, ກຳນົດບຸລິມະສິດ ແລະ ການກຳນົດທິດໃໝ່ໃຫ້ແກ່ແຜນການໄລຍະຕໍ່ໆໄປ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top